Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 6 ເມສາ 2018 ຢູ່ທີ່ພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສະຫຼຸບຜົນງານປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ໂດຍການເປັນປະທານຂອງທ່ານ ລາດສະນີວົງ ອາມາທິທາດາ ຄະນະປະຈໍາພັກນະຄອນຫຼວງວຽງຈັນ ຫົວໜ້າກວດກາລັດນະຄອນຫຼວງ ແລະ ທ່ານ ບຸນເພັງ ສີນະວົງພອນ ກໍາມະການພັກນະຄອນຫຼວງ, ຫົວໜ້າພະແນກຍຸຕິທໍານະຄອນຫຼວງ, ມີຮອງຫົວໜ້າພະແນກ, ຕາງໜ້າຈາກກະຊວງຍຸຕິທໍາ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທໍານະຄອນຫຼວງ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ 120 ທ່ານ, ຍິງ 55 ທ່ານ.
ໃນກອງປະຊຸມທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ກ່າວເປີດກອງປະຊຸມພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທໍາທົ່ວນະຄອນຫຼວງວຽງຈັນ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ໂດຍສະເພາະ ແມ່ນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານ ການຈັດຕັ້ງ-ພະນັກງານ ແລະ ກວດກາ, ການສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ, ການສ້າງບຸກຄະລາກອນກົດໝາຍ, ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ. ຈາກນັ້ນ ທ່ານ ລາດສະນິວົງ ອາມາທິທາດາ ຄະນະປະຈໍາພັກນະຄອນຫຼວງວຽງຈັນ ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ຄະນະນໍາຂອງພະແນກຍຸຕິທໍານະຄອນຫຼວງ ແລະ ໃບຊົມເຊີຍໃຫ້ພະນັກງານ-ລັດຖະກອນ ພາຍໃນພະແນກຍຸຕິທໍານະຄອນຫຼວງວຽງຈັນ ຈໍານວນ 37 ທ່ານ, ຍິງ 14 ທ່ານ.
ໃນຕອນທ້າຍກອງປະຊຸມ ທ່ານ ລາດສະນິວົງ ອາມາທິທາດາ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນໍາຂອງຂະແໜງຍຸຕິທໍາ ຕະຫຼອດເຖິງບັນດາສະຫາຍສະມາຊິກພັກ, ພະນັກງານທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນ, ປະຕິບັດກົດໝາຍ ແລະ ລະບຽບການທີ່ກໍານົດໄວ້ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຍົກສູງສະຕິ ແລະ ເຄົາລົບປະຕິບັດກົດໝາຍໃຫ້ທົ່ວສັງຄົມ, ຄຽງຄູ່ກັບຜົນງານດັ່ງກ່າວນັ້ນທ່ານຍັງໃຫ້ເອົາໃຈໃສ່ໃນການສືກສາອົບຮົມດ້ານການເມືອງ-ແນວຄິດໃຫ້ສະມະຊິກພັກ, ພະນັກງານ-ລັດຖະກອນພ້ອມທັງເຊື່ອມຊຶມແນວທາງຂອງພັກ, ກົດໝາຍຂອງລັດ, ເປັນເສນາທິການໃຫ້ແກ່ອົງການປົກຄອງແຕ່ລະຂັ້ນກ່ຽວກັບການສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ, ເອົາໃຈໃສ່ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດບົນພື້ນຖານສະພາບຄວາມເປັນຈິງເພື່ອຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ສຶບຕໍ່ໂຄສະນາເຜີຍແຜ່ກົດໝາຍໃຫ້ຖັນແຖວພະນັກງານ-ລັດຖະກອນ ແລະປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ, ເລີກເຊິ່ງ ແລະ ທົ່ວເຖິງດ້ວຍຫຼາຍຮູບການ, ຫຼາຍວິທີ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ການບໍລິການດ້ານກົດໝາຍໃຫ້ແກ່ປະຊາຊົນ.
ຂຽນຂ່າວ, ຖ່າຍພາບ: ຂົນ ບຸນທິສານ