Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ່ 22 ມີນາ 2018 ທີ່ຜ່ານມາ ທີ່ສະໂມສອນເມືອງສັງທອງ ຫ້ອງການຍຸຕິທຳເມືອງສັງທອງໄດ້ຈັດພິທີເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນຊຸດທີ VIII ປະຈຳປີ 2018 ໃຫ້ແກ່ພະນັກງານຫຼັກແຫຼ່ງ, ເລຂາພັກບ້ານ, ນາຍບ້ານພາຍໃນເມືອງ ໂດຍການເປັນປະທານຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮວ່ມຂອງທ່ານ ດາວເພັດ ອາລຸນ ເລຂາພັກເມືອງ ເຈົ້າເມືອງສັງທອງ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ, ນາຍບ້ານ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮວ່ມຢ່າງພ້ອມພຽງ.
ໃນພິທີທ່ານ ນາງ ຕ໊ອດ ຄາຍຄຳ ຮອງຫົວໜ້າຫ້ອງການຍຸຕິທຳເມືອງສັງທອງໄດ້ຂື້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງ ສັງທອງ ວ່າດ້ວຍການອະນຸມັດໃຫ້ເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ໃຫ້ແກ່ພະນັກງານຫຼັກແຫຼ່ງ, ເລຂາພັກບ້ານ, ນາຍບ້ານພາຍໃນເມືອງສັງທອງ ຊື່ງຈຸດປະສົງ ກໍເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຂອງລັດຖະທຳມະນູນ ແລະ ກົດໝາຍ ແຕ່ລະຂະແໜງລົງສູ່ທ້ອງຖິ່ນຮາກຖານ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ອົງການປົກຄອງບ້ານ ໄດ້ຮັບຮູ້ເຂົ້າໃຈ ແລະ ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ,ສິດ ແລະ ໜ້າທີ່ຂອງຕົນ, ບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍ.
ໃນຕອນທ້າຍຂອງພິທີ ທ່ານ ດາວເພັດ ອາລຸນ ເຈົ້າເມືອງ ສັງທອງ ກໍໄດ້ໃຫ້ກຽດໂອ້ ລົມຕໍ່ພິທີໂດຍທ່ານໄດ້ເນັ້ນໜັກຕໍ່ບັນດາຜູ້ເຂົ້າຮວ່ມການຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ຈົ່ງພ້ອມກັນຕັ້ງໃຈສຶກສາຄົ້ນຄວ້າໃນການສິດສອນຮໍ່າຮຽນ, ແລກປຽ່ນຄຳຄິດຄຳເຫັນ ແລະ ຍາດແຍ່ງຄວາມຮູ້ຄວາມສາມາດນຳຄູອາຈານເພື່ອນຳເອົາຄວາມຮູ້, ຄວາມສາມາດດັ່ງກ່າວໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂຽນຂ່າວ: ອອ່ນຄຳ ໄຊຍະວົງ ພາບ: ສົມຫັວງ