Submitted by wickyboubphalyvanh on

ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ມີນາ 2018 ຢູ່ທີ່ກະຊວງຍຸຕິທຳ ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດານັກສຳມະນາກອນພາຍໃນກະຊວງຍຸຕິທຳເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 1 ທ່ານ.
ຈຸດປະສົງຂອງການລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ນະຄອນຫຼວງວຽງຈັນໃນຄັ້ງນີ້ ແມ່ນເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃນການຄຸ້ມຄອງ ແລະ ຕິດຕາມ-ກວດກາການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ເກັບກຳສະພາບການເຄື່ອນໄຫວວຽກງານ ແລະ ແບບແຜນວິທີເຮັດວຽກຂອງຫ້ອງການ, ໜ່ວຍງານຈັດຕັ້ງປະຕິບັດຄຳຕັດຂອງສານ ແລະ ການປະສານສົມທົບລະຫວ່າງສາຍຕັ້ງ ແລະ ສາຍຂວາງ, ພ້ອມທັງເກັບກຳຕົວເລກສະຖິຕິຄຳຕັດສິນຂອງສານທີ່ຍັງຄ້າງຄາໃຫ້ຖືກຕ້ອງ, ຊັດເຈນພ້ອມທັງແນະນຳກ່ຽວກັບວິທີການເອົາຂໍ້ມູນເຂົ້າໂປຣແກຣມສະຖິຕິ ເຮັດໃຫ້ລາຍງານມີຄວາມສະດວກ, ວ່ອງໄວ ແລະ ເປັນເອກະພາບ, ຄົ້ນຄວ້າວິໄຈສາເຫດຂອງຄຳຕັດສິນບໍ່ສາມາດ ຈັດຕັ້ງປະຕິບັດໄດ້ ແລະ ຊອກຫາວິທີແກ້ໄຂ, ເຮັດໃຫ້ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ນະຄອນຫຼວງວຽງຈັນມີການຫັນປ່ຽນໃໝ່ທີ່ຕັ້ງໜ້າຢ່າງຈະແຈ້ງ. ຊຶ່ງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ຈະໄດ້ດຳເນີນຢູ່ນະຄອນຫຼວງວຽງຈັນໂດຍສະເພາະຢູ່ ພະແນກຍຸຕິທຳນະຄອນຫຼວງ ແລະ ຫ້ອງການຍຸຕິທຳ 9 ຕົວເມືອງ, ການລົງເຮັດວຽກຕົວຈິງຈະໄດ້ເລີ່ມປະຕິບັດແຕ່ຕົ້ນເດືອນເມສາ ຫາ ເດືອນ ທັນວາ 2018 ຈຶ່ງຈະສຳເລັດ.
ຕອນທ້າຍຂອງພິທີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກຕໍ່ຜູ້ເຂົ້າຮ່ວມຊຸດຝຶກອົບຮົມ ຈົ່ງພ້ອມກັນເອົາໃຈໃສ່ໃນການຝຶກອົບຮົມໃນຄັ້ງນີ້ ແລະ ນຳເອົາເນື້ອໃນຈິດໃຈດັ່ງກ່າວລົງໄປຈັດຕັ້ງປະຕິບັດຢ່າງເປັນລະບົບ, ຖືກຕ້ອງຕາມສະພາບຄວາມເປັນຈິງ ເພື່ອເຮັດໃຫ້ບັນຫາຄະດີທີ່ຍັງຄ້າງຄາເປັນຈຳນວນຫຼວງຫຼາຍນັບມື້ນັບໄດ້ຮັບການແກ້ໄຂໃຫ້ ຫຼຸດໜ້ອຍຖອຍລົງ.