Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 26 ມີນາ 2018 ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ເຈີນ ຕຽນຢຸງ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຖາບັນຍຸຕິທຳແຫ່ງຊາດຂອງ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ພ້ອມດ້ວຍຄະນະກໍ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງທ່ານ ເຈີນ ຕຽນຢຸງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮວ່ມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ກໍຄືກະຊວງຍຸຕິທຳ ຂອງ ສປປ ລາວ ກັບ ກະຊວງຍຸຕິທຳ ຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຂື້ນໄປເລື້ອຍໆ.
ຊຶ່ງຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ເຈີນ ຕຽນຢຸງ ພ້ອມດ້ວຍຄະນະໃນຄັ້ງນີ້ ກໍເພື່ອປຶກສາຫາລື ໃນການເປີດໂຄງການຊ່ວຍໜູນສະຖາບັນຍຸຕິທຳແຫ່ງຊາດຂອງ ສປປ ລາວ ໂດຍພາຍໃຕ້ທຶນຂອງລັດຖະບານຂອງ ສສ ຫວຽດນາມ ຊຶ່ງໂຄງການດັ່ງກ່າວແມ່ນຈະເນັ້ນໃນການສ້າງຫຼັກສູດ, ຕຳລາການຮຽນການສອນ ແລະ ຝຶກອົບຮົມວິຊາຊີບ ເພື່ອເພີ່ມທະວີຄວາມຮູ້ຄວາມສາມາດໃຫ້ຄູ-ອາຈານຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ພະນັກງານຂອງຂົງເຂດຍຸຕິທຳຂອງ ສປປ ລາວ
ໃນໂອກາດດັ່ງກ່າວ ທ່ານ ເຈີນ ຕຽນຢຸງ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃນການເຂົ້າຢ້ຽມຢາມໃນຄັ້ງນີ້.
ຂ່າວ: ອອ່ນຄຳ ພາບ: ສຸກສາຄອນ