Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ່ 12 ມີນາ 2018 ທີ່ຜ່ານມາ ທີ່ສະໂມສອນເມືອງ ໄຊເຊດຖາ ຫ້ອງການຍຸຕິທຳເມືອງໄຊເຊດຖາ ໂດຍການສົມທົບກັບອົງການປົກຄອງເມືອງ ໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ VII ປະຈຳປີ 2018 ໃຫ້ແກ່ພະນັກງານຫຼັກແຫຼ່ງ, ເລຂາພັກບ້ານ, ນາຍບ້ານພາຍໃນເມືອງ ໂດຍການເປັນປະທານຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮວ່ມຂອງທ່ານ ຖະໜອມ ທຳທອງ ເລຂາພັກເມືອງ ເຈົ້າເມືອງໄຊເສດຖາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ,ເລຂາພັກບ້ານ,ນາຍບ້ານ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮວ່ມທັງໝົດ 54 ທ່ານ, ຍິງ 18 ທ່ານ.
ແລະ ໃນຕອນເຊົ້າຂອງວັນທີ 13 ມີນາ 2018 ຫ້ອງການຍຸຕິທຳເມືອງຫາດຊາຍຟອງກໍໄດ້ເປີດການຮຽນການ-ສອນກົດໝາຍຊັ້ນຕົ້ນVII ປະຈຳປີ 2018 ໃຫ້ແກ່ພະນັກງານຫຼັກແຫຼ່ງ, ເລຂາພັກບ້ານ, ນາຍບ້ານພາຍໃນເມືອງຂອງຕົນເຊັ່ນດຽວກັນ, ເປັນກຽດເຂົ້າຮວ່ມຂອງທ່ານ ແກ່ນ ວໍລະສານ ຮັກສາການເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ ມີຜູ້ຮ່ວມທັງໝົດ 55 ທ່ານ,ຍິງ 27 ທ່ານ ຊື່ງຈຸດປະສົງຂອງການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຢູ່ 2 ເມືອງໃນຄັ້ງນີ້ ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໂດຍສະເພາະ ແມ່ນການຜັນຂະຫຍາຍເນື້ອໃນຈິດໃຈ ຂອງລັດຖະທຳມະນູນ ແລະ ກົດໝາຍ ແຕ່ລະຂະແໜງລົງສູ່ທ້ອງຖິ່ນ ແລະ ຮາກຖານ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ເລຂາພັກບ້ານ,ນາຍບ້ານ ແລະ ປະຊາຊົນຂອງທັງສອງເມືອງໄດ້ຮັບຮູ້ເຂົ້າໃຈ ແລະ ເຄື່ອນໄຫວວຽກງານໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ,ບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວແນໃສ່ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານໄດ້ຮັບການພັດທະນາ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເຮັດໃຫ້ບ້ານກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍເທື່ອລະກ້າວ.
ສຳລັບວິຊາທີ່ນຳມາສິດສອນໃນຄັ້ງນີ້ ແມ່ນໄດ້ຮວບຮວມເອົາບັນດາກົດໝາຍໃນສີ່ຂົງເຂດ ໂດຍແບ່ງອອກເປັນ VII ພາກ, ມີ 36 ວິຊາ, 30 ໜ່ວຍກິດ ໃຊ້ເວລາໃນການສິດສອນທັງໝົດ 450 ຊົ່ວໂມງ ຫຼື 3 ເດືອນຈຶ່ງຈະສຳເລັດ.
ຂຽນຂ່າວ: ອອ່ນຄຳ ໄຊຍະວົງ ພາບ: ສົມຫວັງ