Submitted by wickyboubphalyvanh on

ກອງປະຊຸມວຽກງານຍຸຕິທຳທົ່ວແຂວງວຽງຈັນປະຈຳປີ 2017 ໄດ້ໄຂຂຶ້ນເປັນທາງການໃນຕອນເຊົ້າຂອງວັນທີ 6 ມີນາ 2018 ໂດຍການເປັນປະທານຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ ມີບັນດາທ່ານ ເຈົ້າເມືອງ 11 ເມືອງ, ຫົວໜ້າຫ້ອງການຍຸຕິທຳ 11 ເມືອງ, ມີພະນັກງານພາຍໃນພະແນກຍຸຕິທຳ ມີຜູ້ແເຂົ້າຮ່ວມທັງໝົດ 55 ທ່ານ , ຍິງ 12 ທ່ານ .
ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ ໄດ້ກ່າວໄຂກອງປະຊຸມ ຫຼັງຈາກນັ້ນ ກໍໄດ້ລາຍງານສະຫຼຸບຕີລາຄາສະພາບການເຄື່ອນໄຫວວຽກງານຍຸຕິທຳປະຈຳປີ 2017 ທີ່ຜ່ານມາ ແລະ ກໍໄດ້ວາງທິດທາງແຜນການເຄື່ອນໄຫວວຽກງານໃນປີ 2018.
ໃນກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຂອງຂະແໜງຍຸຕິທຳຂັ້ນແຂວງ ແລະ ຂັ້ນເມືອງ ກ່ຽວກັບການປະສານສົມທົບຂອງອົງການປົກປ້ອງກົດໝາຍ, ການປັບປຸງກົນຈັກ, ການໂຄສະນາເຜີຍແຜ່ກົດໝາຍ, ການສ້າງບ້ານແບບຢ່າງການປະຕິບັດກົດໝາຍ, ການປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ (ກໍ່ຄືວຽກງານຍຸຕິທຳຮາກຖານ) ແລະ ວຽກງານປະຕິບັດຄຳຕັດສິນຂອງສານ ຊຶ່ງເປັນບົດຮຽນທີ່ໄດ້ມາຈາກພຶດຕິກຳຕົວຈິງຂອງຂະບວນການເຄື່ອນໄຫວວຽກງານຍຸຕິທຳໃນໄລ່ຍະຜ່ານມາ, ນອກຈາກນັ້ນ, ຍັງໄດ້ຮັບຟັງການປະກອບຄຳເຫັນຂອງການນຳຂອງເມືອງທີ່ຮັບຜິດຊອບຕໍ່ກັບວຽກງານຍຸຕິທຳທີ່ມີຜົນສຳເລັດຢ່າງຮອບດ້ານ.
ກອງປະຊຸມກໍ່ໄດ້ຮັບຟັງທິດຊີ້ນຳຂອງທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆວຽງຈັນ ຊຶ່ງມີເນື້ອໃນໜັກແໜ້ນເລິກເຊິ່ງ ແລະ ຈິງໃຈ ດ້ວຍຄວາມເປັນຫ່ວງເປັນໃຍ, ທ່ານຍັງໄດ້ເນັ້ນຕື່ມຕໍ່ກັບພະນັກງານທີ່ຮັບຜິດຊອບວຽກງານຕ້ອງເປັນຄົນກ້າເຮັດ, ກ້າທຳ, ກ້າຮັບຜິດຊອບ ເພື່ອເຮັດໃຫ້ແຕ່ລະພາກສ່ວນມີຜົນສຳເລັດຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ ໃນການນໍາໄປຈັດຕັ້ງປະຕິບັດໃນປີ 2018.
ຫຼັງຈາກນັ້ນ ໃນຕອນເຊົ້າ ຂອງວັນທີ 7 ມີນາ 2018 ກອງປະຊຸມໄດ້ເປັນກຽດຕ້ອນຮັບ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ທ່ານໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຜົນສຳເລັດທີ່ທາງພະແນກຍຸຕິທຳແຂວງວຽງຈັນ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພະແນກ, ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງວຽງຈັນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຈັດຕັ້ງປະຕິບັດວຽກງານທີ່ພັກ-ລັດມອບໝາຍໃຫ້ປະສົບຜົນສຳເລັດ ແລະ ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍັງໄດ້ມອບເງີນຈໍານວນ 240.000.000 ກີບ ໃຫ້ແກ່ພະແນກຍຸຕິທຳແຂວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ. ຜ່ານການດຳເນີນກອງປະຊຸມເປັນເວລາໜຶ່ງວັນເຄິ່ງ ກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາວຽກງານທີ່ຈຸດສຸມໃນປີ 2018 ອີກດ້ວຍ.