Submitted by wickyboubphalyvanh on

ໃນຕອນບ່າຍຂອງວັນທີ 7 ມີນາ 2018 ທີ່ພະແນກຍຸຕິທຳແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ ເຂົ້າຮ່ວມມີ ທ່ານ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານຫົວໜ້າພະແນກຍຸຕິທຳແຂວງ, ທ່ານຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຜູ້ຕາງໜ້າໂຄງການ LUNA II, ຜູ້ປະສານງານວຽກງານຈົດໝາຍເຫດທາງລັດຖະການຂອງແຂວງ ແລະ ຄະນະຈາກກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວຈຸດປະສົງໃນການມາພົບປະ ແລະ ຢ້ຽມຢາມໃນຄັ້ງນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງວຽກງານຈົດໝາຍເຫດທາງລັດຖະການ, ການຈັດຕັ້ງປະຕິບັດວຽກງານ, ການປະສານງານລະຫວ່າງຂັ້ນສູນກາງກໍຄືຜູ້ຮັບຜິດຊອບວຽກງານຕົວຈິງ ຈາກກະຊວງຍຸຕິທໍາກັບຂັ້ນແຂວງ ແລະ ການຈັດສົ່ງນິຕິກໍາຂອງແຂວງ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ.
ຫຼັງຈາກນັ້ນ, ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍກໍໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການໃນລະຍະຜ່ານມາຕີລາຄາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ. ຈາກນັ້ນ ທ່ານ ພົມມະສຸກ ມອນຈັນດີ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງແຂວງ ຊຶ່ງທ່ານໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ຂອດການປະສານງານກັບຜູ້ທີ່ຮັບຜິດຊອບຂອງກະຊວງຍຸຕິທໍາ ແລະ ການສັງລວມບັນດານິຕິກຳຂອງແຂວງ ມາລົງຈົດໝາຍເຫດທາງລັດຖະການ.
ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນແລກປ່ຽນບົດຮຽນ ແລະ ປຶກສາຫາລື ເຊິ່ງກັນ ແລະ ກັນກ່ຽວກັບວຽກງານດັ່ງກ່າວ ເພື່ອພ້ອມກັນແກ້ໄຂຂອດການຈັດຕັ້ງປະຕິບັດວຽກງານຢ່າງກົງໄປກົງມາ ເຮັດໃຫ້ວຽການຈົດໝາຍເຫດທາງລັດຖະການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ບັນດານິຕິກໍາຂອງແຂວງ ຖືກພິມລົງຈົດ ໝາຍເຫດທາງລັດຖະການ ເປັນຈໍານວນຫຼາຍ ແລະ ປົກກະຕິ.
ພາຍຫຼັງສໍາເລັດກອງປະຊຸມແລ້ວ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາພ້ອມດ້ວຍຄະນະ ກໍໄດ້ເຂົ້າພົບທ່ານເຈົ້າແຂວງ ແຂວງອຸດົມໄຊ ຕື່ມອີກ.