Submitted by wickyboubphalyvanh on

ໃນຕອນບ່າຍຂອງວັນທີ 5 ມີນາ 2018 ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກ ກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳ ພັກແຂວງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ ເຂົ້າຮ່ວມມີ ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກຍຸຕິທຳແຂວງ, ຜູ້ຕາງໜ້າໂຄງການ LUNA II, ຜູ້ປະສານງານວຽກງານ ຈົດໝາຍເຫດທາງລັດຖະການຂອງແຂວງ ແລະ ຄະນະຈາກກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງ ພ້ອມພຽງ.
ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວຈຸດປະສົງໃນການມາ ພົບປະ ແລະ ຢ້ຽມຢາມໃນຄັ້ງນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານຈົດໝາຍເຫດທາງລັດຖະການ, ການຈັດຕັ້ງປະຕິບັດວຽກງານ, ການປະສານງານລະຫວ່າງ ຂັ້ນສູນກາງກັບຂັ້ນແຂວງ ແລະ ການຈັດສົ່ງນິຕິກໍາຂອງແຂວງ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ, ຈາກນັ້ນ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ແຂວງຫຼວງພະບາງ ໄດ້ມີຄຳເຫັນຕໍ່ກອງປະຊຸມ ຊຶ່ງກ່ອນອື່ນທ່ານໄດ້ກ່າວຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວວຽກງານ ຢູ່ແຂວງຫຼວງພະບາງ ຊຶ່ງທ່ານໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໃນລະຍະຜ່ານ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ທ່ານກໍໄດ້ເນັ້ນໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງ ຄວນເອົາໃຈໃສ່ຕື່ມເຂົ້າໃນວຽກງານ, ການປະສານສົມທົບກັບຜູ້ຮັບຜິດຊອບຂອງກະຊວງຍຸຕິທໍາ ໃນການສັງລວມບັນດານຳນິຕິກຳ ຂອງແຂວງມາລົງຈົດໝາຍເຫດທາງລັດຖະການ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ໃນກອງປະຊຸມ ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງ, ຫົວໜ້າ ກົມໂຄສະນາເຜີຍແຜ່ກົດໝາຍໄດ້ຂຶ້ນຜ່ານບົດສະຫຼຸບຍໍ້ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການທີ່ໄດ້ຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານໃນລະຍະ 5 ປີທີ່ຜ່ານມາ ຕີລາຄາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ. ພ້ອມດຽວກັນນັ້ນກໍໄດ້ສະເໜີໂດຍລວມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຄຸ້ມຄອງຈົດໝາຍເຫດທາງລັດຖະການ, ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນແລກປ່ຽນ ແລະ ປຶກສາຫາລຶ ເຊິ່ງກັນແລະກັນກ່ຽວກັບວຽກງານດັ່ງກ່າວ ເພື່ອພ້ອມກັນແກ້ໄຂຂອດການຈັດຕັ້ງປະຕິບັດວຽກງານ ຢ່າງກົງໄປກົງມາ ແລະ ເຄື່ອນໄຫວ ວຽກງານຕາມທິດທາງແຜນການທີ່ກຳນົດໄວ້ ເຮັດໃຫ້ວຽການຈົດໝາຍເຫດທາງລັດຖະການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ເຮັດໃຫ້ນິຕິກໍາຂອງແຂວງ ຖືກພິມລົງຈົດໝາຍເຫດທາງລັດຖະການ ເປັນຈໍານວນຫຼາຍຂຶ້ນກວ່າເກົ່າ.