Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ່ 2 ກຸມພາ 2018 ທີ່ຜ່ານມາ ທີ່ສະໂມສອນເມືອງຈັນທະບູລີ ຫ້ອງການຍຸຕິທຳເມືອງຈັນທະບູລີໄດ້ຈັດພິທີເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນຊຸດທີ VIII ປະຈຳປີ 2018 ໃຫ້ແກ່ເລຂາພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງ ໂດຍການເປັນປະທານຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮວ່ມຂອງທ່ານ ນາງ ບົວລອນ ວົງດາລາແສນ ເລຂາພັກເມືອງ ເຈົ້າເມືອງຈັນທະບູລີ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ,ເລຂາພັກບ້ານ,ນາຍບ້ານ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮວ່ມທັງໝົດ 75 ທ່ານ, ຍິງ 30 ທ່ານ.
ໃນພິທີ ທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງຈັນທະບູລີ ໄດ້ຂື້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງ ເມືອງຈັນທະບູລີ ວ່າດ້ວຍການອະນຸມັດໃຫ້ເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ໃຫ້ແກ່ເລຂາພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງຈັນທະບູລີ ຊື່ງຈຸດປະສົງ ກໍເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຂອງລັດຖະທຳມະນູນ ແລະ ກົດໝາຍ ແຕ່ລະຂະແໜງລົງສູ່ທ້ອງຖິ່ນຮາກຖານ ເພື່ອເຮັດໃຫ້ອົງການປົກຄອງບ້ານ ໄດ້ຮັບຮູ້ເຂົ້າໃຈ ແລະ ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ,ສິດ ແລະ ໜ້າທີ່ຂອງຕົນ,ບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ,ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍ. ສຳລັບວິຊາທີ່ນຳມາສິດສອນໃນຄັ້ງນີ້ ແມ່ນໄດ້ຮວບຮວມເອົາບັນດາກົດໝາຍໃນສີ່ຂົງເຂດ ໂດຍແບ່ງອອກເປັນພາກທົ່ວໄປ 6 ວິຊາ ແລະ ພາກລົງເລິກບາງຂະແໜງກົດໝາຍ ມີ 27 ວິຊາ, ໃຊ້ເວລາໃນການສິດສອນທັງໝົດ 3 ເດືອນຈຶ່ງຈະສຳເລັດ.
ໃນຕອນທ້າຍຂອງພິທີ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງ ເມືອງຈັນທະບູລີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີໂດຍທ່ານໄດ້ເນັ້ນໜັກຕໍ່ບັນດາຜູ້ເຂົ້າຮວ່ມການຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ຈົ່ງພ້ອມກັນຕັ້ງໃຈສຶກສາຄົ້ນຄວ້າຮໍ່າຮຽນ,ແລກປ່ຽນຄຳຄິດຄຳເຫັນ ແລະ ຍາດແຍ່ງຄວາມຮູ້ຄວາມສາມາດນຳຄູອາຈານເພື່ອນຳເອົາຄວາມຮູ້,ຄວາມສາມາດດັ່ງກ່າວໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂຽນຂ່າວ: ອອ່ນຄຳ ໄຊຍະວົງ ພາບ: ສຸກສາຄອນ