Submitted by wickyboubphalyvanh on

ໃນວັນທີ 27 ກຸມພາ 2018 ຜ່ານມາ ພະແນກຍຸຕິທຳແຂວງ ຫົວພັນ ໄດ້ສົບທົບ ກັບ ອົງການໄອຍະການປະຊາຊົນແຂວງ ແລະ ກອງບັນຊາການທະຫານ ແຂວງ ຫົວພັນ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ໃຫ້ນາຍ ແລະ ພົນທະຫານຢູ່ໂຮງຮຽນທະຫານທ້ອງຖິ່ນ, ໂດຍການນຳພາຂອງທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງຫົວພັນ, ມີທ່ານ ພັນໂທ ເອິນທອງ ທອງສີ ອຳນວຍການໂຮງຮຽນທະຫານທ້ອງຖິ່ນ, ຄະນະອຳນວຍການໂຮງຮຽນ, ນັກຮຽນ, ນາຍ ແລະ ພົນທະຫານເຂົ້າຮ່ວມທັງໝົດ ຈຳນວນ 198 ຄົນ,ຍິງ 2 ຄົນ.
ຈຸດປະສົງຂອງການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍເພື່ອເປັນການຈັດຕັ້ງຜັນຂະ ຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ແລະ ຄຳສັ່ງເລກທີ 38/ນຍ, ລົງວັນທີ 17 ຕຸລາ 2007 ຂອງນາຍົກລັດຖະມົນຕີ ກ່ຽວກັບການເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ຊຶ່ງກົດໝາຍທີ່ນຳມາໂຄສະນາເຜີຍແຜ່ໃນຄັ້ງນີ້ປະກອບມີ ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍ ອາຍາ, ກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດ, ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ວຽກງານທະບຽນສານ ແລະ ວຽກງານຂອງອົງການໄອຍະການປະຊາຊົນ ໃຫ້ອ້າຍນ້ອງທະຫານໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນດາກົດໝາຍຕ່າງໆ, ມີສະຕິເຄົາລົບລະບຽບກົດໝາຍຢ່າງເຂັ້ມງວດ.
ການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງຫົວພັນ ກໍໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ຊຶ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາ ໂດຍສະເພາະແມ່ນການຫັນການຄຸ້ມຄອງ ການຊີ້ນຳ-ບັນຊາ ຖັນແຖວນັກຮົບໃຫ້ເຂົ້າສູ່ກົດໝາຍເທື່ອລະກ້າວ.
ໃນຕອນທ້າຍ ທ່ານ ພັນໂທ ເອິນທອງ ທອງສີ ອຳນວຍການໂຮງຮຽນທະຫານທ້ອງຖິ່ນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທີມງານ ທີ່ໄດ້ນຳເອົາກົດໝາຍລົງມາໂຄສະນາໃຫ້ກັບອ້າຍນ້ອງທະຫານໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ບັນດາກົດໝາຍຕ່າງໆ. ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ມັນຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍເທື່ອລະກ້າວ.
ຂ່າວ,ພາບ: ພວງເພັດ ເພັດຍາວົງ