Submitted by wickyboubphalyvanh on

ໃນລະຫວ່າງວັນທີ 26-27 ກຸມພາ 2018 ຜ່ານມາ ຄະນະຮັບຜິດຊອບສ້າງຮ່າງປະມວນກົດໝາຍແພ່ງຂອງ ສປປ ລາວ ໄດ້ຈັດກອງປະຊຸມວິຊາການປະມວນກົດໝາຍແພ່ງ ຄັ້ງທີ VI ຮ່ວມກັບຊ່ຽວຊານຂອງ ສສ ຫວຽດນາມ ແລະ ຢີ່ປຸ່ນ ໂດຍການເປັນປະທານ ຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ທ່ານ ເກດ ກຽດຕິສັກ ອະດີດຮອງລັດຖະມົນຕີກະຊວງຍຸຕິທຳ, ມີຊ່ຽວຊານທາງດ້ານກົດໝາຍ ຂອງ ສສ ຫວຽດນາມ ຊຶ່ງນຳໂດຍ ທ່ານ ດິງຈຸງຕຸງ ອະດີດຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ແລະ ຊ່ຽວຊານຈາກຍີ່ປຸ່ນນຳໂດຍ ທ່ານ ອາຈານ ມັດສຶໂອະ ສາດສະດາຈານດ້ານກົດໝາຍ ມະຫາວິທະຍາໄລເຄໂອ ປະເທດຍີ່ປຸ່ນ, ມີຜູ້ຕາງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 62 ທ່ານ, ຍິງ 19 ທ່ານ.
ກອງປະຊຸມໃນຄັ້ງນີ້ ໄດ້ສຸມໃສ່ການຄົ້ນຄວ້າ, ການປະກອບຄຳເຫັນແລກປ່ຽນບົດຮຽນ ແລກປ່ຽນປະສົບການ ແລະ ພຶດຕິກຳຕົວຈິງ ໂດຍສະເພາະແມ່ນບາງມາດຕາຂອງປະມວນກົດໝາຍແພ່ງສະບັບນີ້, ເປັນຕົ້ນ ກ່ຽວກັບກຳມະສິດ ແລະ ການປົກປ້ອງກຳມະສິດ, ຮູບແບບການຄ້ຳປະກັນ ແລະ ບູລິມະສິດໃນການໃຊ້ແທນໜີ້ສິນ ແລະ ຫຼັກການສຳຄັນຂອງສັນຍາ ເພື່ອດັດປັບໃຫ້ສາຍພົວພັນສັງຄົມຖືກຕ້ອງ ແລະ ສອດຄ່ອງກັບຫຼັກການ ຂອງປະມວນກົດໝາຍແພ່ງສະບັບນີ້ ຊຶ່ງຮ່າງປະມວນກົດໝາຍແພ່ງສະບັບທຳອິດຂອງ ສປປ ລາວ ປະກອບມີ 9 ພາກໃຫຍ່, 52 ໝວດ, 615 ມາດຕາ;
ນອກຈາກນັ້ນ ກໍເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ, ກໍໄດ້ມີການປັບປຸງບັນດາກົດໝາຍທີ່ມີຢູ່ແລ້ວໃຫ້ສອດຄ່ອງກົມກຽວກັນ ແລະ ເປັນລະບົບຄົບຊຸດ, ເປັນເອກະພາບ ແລະ ຈະແຈ້ງຮັດກຸມ ທັງເປັນການແກ້ໄຂຊ່ອງວ່າງ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດກົດໝາຍໃຫ້ມີຄວາມໂປ່ງໃສ່ ແລະ ຍຸຕິທໍາ.
ຂ່າວ ອ່ອນຄຳ ໄຊຍະວົງ ພາບ ສຸກສາຄອນ