Submitted by wickyboubphalyvanh on

ໃນທ້າຍເດືອນ ກຸມພາ 2018 ຜ່ານມານີ້ ຢູ່ທີ່ສະຖາບັນຍຸຕິທໍາພາກເໜືອ ໄດ້ມີພິທີປະກາດການຈັດຕັ້ງຂອງຕົນຂຶ້ນ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າ ສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ ແລະ ຜູ້ຕາງໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍບັນດາພະນັກງານ, ຄູ-ອາຈານເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 22 ທ່ານ.
ໃນພິທີ ທ່ານ ບຸນທາ ຊົ່ງເຢີທ່າວ ຫົວໜ້າກົມຈັດຕັ້ງພະນັກງານກະຊວງຍຸຕິທຳ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳວ່າດ້ວຍການຊັບຊ້ອນ ແລະ ແຕ່ງຕັ້ງພະນັກງານຂອງສະຖາບັນຍຸຕິທຳພາກເໜືອ ໃນນີ້ໄດ້ສັບຊ້ອນ ແລະ ແຕ່ງຕັ້ງພະນັກງານຂັ້ນຫົວໜ້າຂະແໜງ ຈຳນວນ 8 ທ່ານ, ຍິງ 2 ທ່ານ; ແຕ່ງຕັ້ງຮັກສາການຫົວໜ້າຂະແໜງ ຈໍານວນ 2 ທ່ານ, ຍິງ 1 ທ່ານ; ສັບຊ້ອນ ແລະ ແຕ່ງຕັ້ງພະນັກງານຂັ້ນຮອງຫົວໜ້າຂະແໜງ ຈຳນວນ 17 ທ່ານ, ຍິງ 5 ທ່ານ.
ເພື່ອເຮັດໃຫ້ພິທີປະກາດການຈັດຕັ້ງໃນຄັ້ງນີ້ ມີຄວາມໝາຍສຳຄັນ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມີແນວຄິດອຸ່ນອ່ຽນ ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດຽວກັນ ແລະ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ນັບມື້ນັບມີຄຸນນະພາບສູງຂຶ້ນ ແລະ ເຕີບໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງ.
ພາບ, ຂ່າວ: ໜອນນະພາ ຄຳຈັນ, ສະຖາບັນຍຸຕິທຳພາກເໜືອ.
ປັບປຸງໂດຍ: ສີປະໄພ ເພັດປະທຸມມາ.