Submitted by buakhao on

ໃນຕອນບ່າຍວັນທີ 14 ກຸມພາ 2018 ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານທະບຽນສານ ຊຸດທີ II ໃຫ້ແກ່ພະນັກງານທະບຽນສານ ຂອງຂະແໜງຍຸຕິທຳທົ່ວປະເທດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມັນຕີກະຊວງຍຸຕິທຳ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມນັກສຳມະນາກອນ ທັງໝົດ 69 ທ່ານ, ຍິງ 27 ທ່ານ.
ໃນພິທີ ທ່ານ ບຸນຕາ ສ. ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນສຳເລັດການຝຶກອົບຮົມວຽກງານທະບຽນສານ ຊຸດທີ II ປະຈຳປີ 2018 ເຫັນວ່າ ນັກສຳມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີທັດສະນະຫຼັກໝັ້ນ, ມີສະຕິ, ມີຄວາມຊື່ສັດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ; ເປັນການຍົກລະດັບໃຫ້ພະນັກງານທະບຽນສານ ໃຫ້ເຫັນໄດ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ-ໜ້າທີ່ຂອງຕົນ ໃຫ້ກາຍເປັນພະນັກງານທະບຽນສານຢ່າງໜັກແໜ້ນທາງດ້ານວິຊາການ ເປັນຕົ້ນ ແມ່ນເພີ່ມຄວາມຮູ້ ແລະ ເຂົ້າໃຈກ່ຽວກັບທັກສະການຄົ້ນຄວ້າ ແລະ ກວດກາເອກະສານຕ່າງໆ ໃຫ້ມີຄວາມຖືກຕ້ອງກັບຄວາມເປັນຈິ່ງ ແລະ ສອດຄ່ອງກັບກົດໝາຍ.
ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະນຳ ຕໍ່ວຽກງານສ້າງບຸກຄະລາກອນທະບຽນສານ ຕະຫຼອດຮອດວິທະຍາກອນ ແລະ ຜູ້ເຂົ້າຮັບການຝຶກອົບຮົມ ທີ່ໄດ້ສໍາເລັດການຝຶກອົບຮົມວຽກງານທະບຽນສານ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນນໍາເອົາຄວາມຮູ້-ຄວາມສາມາດ ແລະ ເນື້ອໃນຈິດໃຈ ຂອງວຽກງານທະບຽນສານ ທີ່ຕົນໄດ້ຝຶກອົບຮົມມານັ້ນ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປະກົດຜົນເປັນຈິງ. ຫຼັງຈາກນັ້ນກໍໄດ້ເຂົ້າສູ່ພິທີການມອບ-ຮັບໃບຢັ້ງຢືນ ໃຫ້ແກ່ຜູ້ສຳເລັດການຝຶກອົບຮົມໃນຄັ້ງນີ້.
ຂຽນຂ່າວ, ຖ່າຍພາບ: ບຸນຖອມ ພະສະແຫວງ