Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 13 ກຸມພາ 2018 ທີ່ພະແນກຍຸຕິທຳແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫູຸບວຽກງານຍຸຕິທຳ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ໂດຍການໃຫ້ກຽດເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ເຂົ້າຮ່ວມມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງ ແຂວງໄຊສົມບູນ ມີຜູ້ຕາງໜ້າຈາກບັນດາພະແນກການອອ້ມຂ້າງແຂວງ, ຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງເຂົ້າຮ່ວມທັງໝົດ 56 ທ່ານ ຍິງ 10 ທ່ານ.
ໃນກອງປະຊຸມ ທ່ານ ອຸດອນ ສິງດາລາ ຫົວໜ້າພະແນກຍຸຕິທຳແຂວງໄຊສົມບູນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈຳປີ 2017 ແລະ ທິດທາງແຜນການຈຸດສຸມວຽກງານຍຸຕິທຳປີ 2018, ເປັນຕົ້ນແມ່ນ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ, ວຽກງານສ້າງບຸກຄະລາກອນທາງດ້ານກົດໝາຍໃຫ້ແກ່ຮາກຖານບ້ານ, ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບດັ່ງກ່າວຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ ທັງເປັນການແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ຂອງພະແນກຍຸຕິທຳແຂວງໄຊສົມບູນ ໄດ້ເຄື່ອນໄຫວຕາມທິດທາງແຜນການທີ່ກຳນົດໄວ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ໃນຕອນທ້າຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ມີຄຳເຫັນຕໍ່ກອງປະຊຸມ ຊຶ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຜົນສຳເລັດທີ່ທາງພະແນກຍຸຕິທຳແຂວງໄຊສົມບູນຍາດມາໄດ້ໃນລະຍະຜ່ານມາ, ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພະແນກ, ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງໄຊສົມບູນຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຈັດຕັ້ງປະຕິບັດວຽກ ງານທີ່ພັກ-ລັດມອບໝາຍໃຫ້ປະສົບຜົນສຳເລັດ ແລະ ໃນໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງຍຸຕິທຳ ຍັງໄດ້ມອບຄອມພິວເຕີ 1 ຊຸດ ໃຫ້ແກ່ພະແນກຍຸຕິທຳແຂວງໄຊສົມບູນເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານອີກດ້ວຍ.
ກອງປະຊຸມດັ່ງກ່າວໄດ້ປິດລົງໃນຕອນບ່າຍຂອງວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ ອ່ອນຄຳ ໄຊຍະວົງ