Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 1 ກຸມພາ 2018 ທີ່ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ແນວລາວສ້າງຊາດ ສະບັບປັບປຸງ ໂດຍການເປັນປະທານຮ່ວມຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ແລະ ທ່ານ ຄະນອງລິດ ສີສົມບູນ ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮວ່ມ.
ໃນທີ່ປະຊຸມຜູ້ເຂົ້າຮວ່ມກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືແລກປຽ່ນບົດຮຽນ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ແນວລາວສ້າງຊາດ ດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາກາດດີ.
ຊື່ງຮ່າງກົດໝາຍສະບັບປັບປຸງດັ່ງກ່າວປະກອບມີ 14 ພາກ 4 ໝວດ 68 ມາດຕາ ໃນນັ້ນໄດ້ຮັກສາເນື້ອໃນເດີມຂອງກົດໝາຍສະບັບເກົ່າໄວ້ 21 ມາດຕາ,ປັບປຸງ 26 ມາດຕາ ແລະ ສ້າງຂື້ນໃໝ່ 21ມາດຕາ.
ຈຸດປະສົງຂອງການປັບປຸງໃນຄັ້ງນີ້ກໍເພື່ອເຮັດໃຫ້ກົດໝາຍວ່າດ້ວຍ ແນວລາວສ້າງຊາດ ມີເນື້ອໃນເລິກເຊິ່ງ ຈະແຈ້ງ ແລະ ຮັດກຸມຂື້ນກວ່າເກົ່າ ທັງສອດຄ່ອງກັບສະພາບຕົວຈິງຂອງສັງຄົມ ທັງນີ້ເພື່ອຮັບປະກັນໃຫ້ແກ່ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດ ໃຫ້ມີປະສິດທິຜົນສູງ ແນ່ໃສ່ເຕົ້າໂຮມຄວາມສາມັກຄີປອງດອງ, ປຸກລະດົມຄວາມຕື່ນຕົວ, ນ້ຳໃຈຮັກຊາດ ຂອງປະຊາຊົນລາວບັນດາເຜົ່າຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃຫ້ມີຄວາມເຂັ້ມແຂງ, ຮັ່ງມີ, ສີວິໄລ ແລະ ຍຸຕິທຳ.
ຂ່າວ: ອ່ອນຄຳ ໄຊຍະວົງ
ພາບ: ສົມຫວັງ