Submitted by wickyboubphalyvanh on

ໃນວັນທີ 25 /01/2018 ຜ່ານມານີ້ ທີ່ພະແນກຍຸຕິທຳແຂວງຈຳປາສັກໄດ້ຈັດກອງປະຊຸມສະຫູຸບວຽກງານຍຸຕິທໍາປີ 2017 ແລະ ວາງທິດທາງແຜນການປີ 2018 ໂດຍການເປັນປະທານໂດຍ ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມສີ ມະນີນິນ ກຳມະການພັກແຂວງ ເຈົ້າເມືອງ ເມືອງສຸຂຸມາ, ຊຶ່ງມີຜູ້ຕາງໜ້າຈາກບັນດາພະແນກການອອ້ມຂ້າງແຂວງ, ຫ້ອງການຍຸຕິທຳເມືອງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງເຂົ້າຮ່ວມທັງໝົດ 68 ທ່ານ; ຍິງ 17 ທ່ານ;
ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳໃນລະຍະຜ່ານມາ ແລະ ຄຳແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາມສ້າງ ແລະ ວຽກງານຍຸຕິທຳຮາກຖານປີ 2018, ຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບດັ່ງກ່າວຢ່າງເປັນຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ;
ໃນວາລະທ້າຍ ໄດ້ມີພິທີມອບ - ຮັບໃບຍ້ອງຍໍຈາກທ່ານ ເຈົ້າແຂວງ ແຂວງຈຳປາສັກ ໃຫ້ພະແນກຍຸຕິທໍາ ແລະ ພະນັກງານ - ລັດຖະກອນພະແນກຍຸຕິທຳແຂວງຈຳປາສັກ ທີ່ມີຜົນງານພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳ ໃນລະຍະ 1 ປີຜ່ານມາ ໂດຍການໃຫ້ກຽດມອບໂດຍທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ.
ປະຊຸມດັ່ງກ່າວໄດ້ປິດລົງໃນວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ ແຂວງຈຳປາສັກ