ກະຊວງຍຸຕິທໍາ ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 62 ປີ

     ເພື່ອເຮັດໃຫ້ສະມາຊິກກຳມະບານ ກໍຄື ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳ ມີຄວາມຮັບຮູ້, ເຂົ້າໃຈ, ເຫັນໄດ້ມູນເຊື້ອອັນດີງາມ ແລະ ຜົນງານການປະກອບສ່ວນໃນພາລະກິດປະຕິວັດຂອງອົງການຈັດຕັ້ງກຳມະບານລາວ. ກະຊວງຍຸຕິທໍາໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 62 ປີ ວັນທີ 1 ກຸມພາ 1956 - 1 ກຸມພາ 2018 ຂຶ້ນໃນຕອນເຊົ້າຂອງວັນທີ 2 ກຸມພາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ. ພາຍໃຕ້ການເປັນປະທານຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ສະມາຊິກກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.

     ທ່ານ ປອ. ເສີມສຸກ ສິມພະວົງ ໄດ້ໃຫ້ກຽດປາຖະກະຖາກ່ຽວກັບມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ແລະ ຜົນງານທີ່ພົ້ນເດັ່ນໃນລະຍະ 62 ປີ ໃນການປະກອບສ່ວນເຂົ້າໃນພາລະກິດປະຕິວັດ ຊຶ່ງທ່ານໄດ້ຍົກໃຫ້ເຫັນບາງຕອນວ່າ ກໍາມະບານລາວໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 1 ກຸມພາ 1956 ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນລາວໃນຂອບເຂດທົ່ວປະເທດ ຊຶ່ງອົງການຈັດຕັ້ງກຳມະບານ ກໍຄືຊົນຊັ້ນກຳມະກອນລາວໄດ້ກາຍເປັນກຳລັງຫຼວງໃນການປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດການຕໍ່ສູ້ກູ້ຊາດໃນແຕ່ລະລະຍະ, ທັງປະຕິບັດໜ້າທີ່ການຜະລິດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງກຸ້ມຕົນເອງທາງດ້ານເສດຖະກິດ ເພື່ອຍົກສູງລະດັບຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ທັງປະຕິບັດໜ້າທີ່ໃນການສູ້ຮົບ, ທັງປັບປຸງ, ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງຂອງຕົນໃຫ້ນັບມື້ນນັບເຕີບໃຫຍ່ເຂັ້ມແຂງຂຶ້ນເລື້້ອຍໆ ແລະ ໃນຕໍ່ໜ້າກຳມະບານແຕ່ລະຂັ້ນຈະສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານ, ສືບຕໍ່ປະຕິບັດບົດບາດເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ, ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາໃຫ້ທັນຕາມກຳນົດເວລາ ພ້ອມທັງສືບຕໍ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວວາງອອກ ໂດຍຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ.

ຂ່າວ: ສີປະໄພ, ພາບ: ສົມຫວັງ

ປະເພດຂ່າວ: