Submitted by KhammouaneTk on

ໃນເວລາ 8 ໂມງ 30 ນາທີຶ ຂອງວັນທີ່ 30 ມັງກອນ 2018 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ຈັດກອງປະຊຸມພິທີເປີດຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນຂື້ນຢ່າງເປັນທາງການ, ໃນນີ້ ກອງປະຊຸມໄດ້ເປັນກຽດຢ່າງສູງຕ້ອນຮັບທ່ານ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ໃຫ້ກຽດເປັນປະທານຮ່ວມກັບທ່ານ ວິໄຊ ແກ້ວດວງດີ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ແລະ ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍຄວາມລາວ, ມີບັນດາທ່ານຕາງໜ້າພະແນກການ, ພາກສ່ວນບໍລິສັດຕ່າງໆ ອ້ອມຂ້າງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງຄຳມ່ວນ ເຂົ້າຮ່ວມທັງໝົດ ຈຳນວນ 41 ທ່ານ, ຍິງ 3 ທ່ານ.
ກອງປະຊຸມພິທີເປີດຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນ ຄັ້ງນີ້ໄດ້ດໍາເນີນໄປຕາມຂັ້ນຕອນວາລະຂອງກອງປະຊຸມທີ່ກຳນົດໄວ້ຄື : ໄດ້ແຈ້ງຈຸດປະສົງກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງສະບັບເລກທີ່ 008/ພທຄ ລົງວັນທີ່ 11 ມັງກອນ 2018 ຂອງສະພາທະນາຍຄວາມລາວ ວ່າດ້ວຍ ການສ້າງຕັ້ງຫ້ອງການສະພາທະນາຍຄວາມ, ຫົວໜ້າ, ຮອງຫົວໜ້າຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນ ຊື່ງສະເໜີໂດຍທ່ານ ນີວັນ ສົມແພງດີ ຄະນະປະຈຳ ຄະນະບໍລິຫານສະພາທະນາຍຄວາມລາວ.
ທ່ານ ວໍລັດສະໝີ ສຸລິປະພັນ ໄດ້ກ່າວເປິີດກອງປະຊຸມຢ່າງເປັນທາງການ ພ້ອມກັບໄດ້ເລົ່າຄືນປະຫວັດການເຄື່ອນໄຫວຂອງສະພາທະນາຍຄວາມລາວ ຈາກນັ້ນບັນດາທ່ານໃນຄະນະສະພາທະນາຍຄວາມກໍ່ໄດ້ຜັດປ່ຽນກັນອະທິບາຍຊີ້ແຈງເຖິງຄວາມໝາຍຄວາມສຳຄັນຂອງວຽກງານທະນາຍຄວາມ ແລະ ຄວາມຈຳເປັນພາວະວິໄສ ຄວນໃຫ້ມີຫ້ອງການສະພາທະນາຍຄວາມ ແລະ ໃຫ້ມີທະນາຍຄວາມທີ່ໃຫ້ບໍລິການທາງດ້ານກົດໝາຍທີ່ມີຄວາມຮູ້, ຄວາມສາມາດໃນລະດັບທີ່ແນ່ນອນ ເພື່ອຮັບໃຊ້ສັງຄົມໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ກອງປະຊຸມໄດ້ຮັບຟັງການໂອ້ລົມ ຈາກທ່ານ ສົມໃຈ ເພັດສີນວນ ຊື່ງທ່ານໄດ້ໃຫ້ທັດສະນະ ແລະ ເນັ້ນໜັກຕື່ມບາງບັນຫາຄື :
- ການມີຫ້ອງການສະພາທະນາຍຄວາມປະຈຳແຕ່ລະແຂວງເວົ້າລວມ ເວົ້າສະເພາະຢູ່ແຂວງຄຳມ່ວນແມ່ນດີທີ່ສຸດ ເພາະມັນຈະເຮັດໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າເຖິງການບໍລິການຮັບໃຊ້ສັງຄົມທາງດ້ານກົດໝາຍຢ່າງກວ້າງຂວາງ.
- ການມີທະນາຍຄວາມກໍຈຳເປັນທີ່ສຸດ ເພາະຈະຊ່ວຍແກ້ໄຂຂໍ້ຂັດແຍ່ງໃນສັງຄົມ, ຊ່ວຍຂະບວນການຍຸຕິທຳເຮັດໃຫ້ການດຳເນີນໄປຢ່າງຖືກຕ້ອງ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ສັງຄົມມີຄວາມສະຫງົບສຸກ ແລະ ຍຸຕິທຳ
- ທຸກພາກສ່ວນໃນສັງຄົມກໍ່ຄືຫ້ອງການສະພາທະນາຍຄວາມຕ້ອງໄດ້ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງໂຄສະນາເຜີຍແຜ່ວຽກງານດັ່ງກ່າວ ໃຫ້ເລິກເຊີ່ງ ກວ້າງຂວາງ ເພື່ອໃຫ້ໄດ້ຮັບຄວາມສົນໃຈຈາກນັກຮຽນຮູ້ປັນຍາຊົນ ແລະ ສັງຄົມໃຫ້ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວຫລາຍຂື້ນ, ສຳຄັນຕ້ອງຮັບປະກັນທາງດ້ານຄຸນນະພາບເປັນຫຼັກ, ຫຼັງຈາກນັ້ນທ່ານຄຳຜັນ ຫຼວງອາມາດ ຫົວໜ້າຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນ ໄດ້ຂື້ນກ່າວຮັບຄຳໂອລົມ ແລະ ປະຕິຍານຕໍ່ກອງປະຊຸມວ່າຈະເຮັດໜ້າທີ່ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍສະເພາະກົດໝາຍວ່າດ້ວຍທະນາຍຄວາມ,ກົດລະບຽບພາຍໃນຂອງສະພາທະນາຍຄວາມຢ່າງເຂັ້ມງວດ.
ກອງປະຊຸມໄດ້ດຳເນີນມາຮອດເວລາ 10 ໂມງ 00ນາທີ ຂອງວັນດຽວກັນຈິ່ງໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.