Submitted by KhammouaneTk on

ໃນຕອນເຊົ້າຂອງວັນທີ່ 02 ກຸມພາ 2018 ເວລາ 8:30 ໂມງ ທີ່ບ້ານ ດົງໃຕ້ ເມືອງ ທ່າແຂກ ແຂວງຄຳມ່ວນ ໄດ້ໄຂພິທີ ເປີດການຮຽນ - ການສອນ ກົດໝາຍຊັ້ນຕົ້ນ ຊຸດທີ່ IX ຂອງເມືອງ ທ່າແຂກ ຢູ່ເຂດສີໂຄດ - ດົງໃຕ້ ຂື້ນຢ່າງເປັນທາງການ ເປັນກຽດເປັນປະທານຮ່ວມໃນຄັ້ງນີ້ ໂດຍ ທ່ານ ຈັນ ບຸບຜາລີວັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທ່າແຂກ, ທ່ານ ລຳພອນ ສີອັກສອນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ພ້ອມຄະນະ, ທ່ານ ແກ້ວຕາ ໄຊຍະສານ ກຳມະການພັກເມືອງ, ຫົວຫນ້າຫ້ອງການຍຸຕິທຳເມືອງທ່າແຂກ ພ້ອມຄະນະ, ນອກນີ້ ກໍ່ຍັງມີບັນດາຄະນະປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ນັກສຶກສາຝຶກງານ, ນັກສຳມະນາກອນ ແລະ ບັນດາແຂກທີ່ຖືກເຊີນກໍໃຫ້ກຽດເຂົ້ົາຮ່ວມງານໃນຄັ້ງນີ້ຢ່າງພ້ອມພຽງ ມີຜູ້ເຂົ້າຮ່ວມທັງໝົດ 80 ກວ່າຄົນ.
ໃນພິທີທ່ານ ຈັນ ບຸບຜາລີວັນ ໄດ້ໂອ້ລົມ ໃຫ້ແກ່ນັກສຳມະນາກອນ ພ້ອມທັງຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານຍຸຕິທຳຮາກຖານກໍ່ຄືກະຊວງຍຸຕິທຳເວົ້າລວມ, ເວົ້າສະເພາະກໍ່ຄື ທາງພະແນກຍຸຕິທຳແຂວງ ຄຳມ່ວນຊື່ງໄດ້ຈັດຂື້ນໂດຍຫ້ອງການຍຸຕິທຳເມືອງທ່າແຂກໄດ້ເອົາໃຈໃສ່ຕໍ່ວຽກງານສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານໃນຄັ້ງນີ້ ທັງເປັນການຍົກລະດັບຄວາມຮູ້ວິຊາສະເພາະແກ່ ພໍ່-ແມ່ປະຊາຊົນ, ທະຫານ, ຕຳຫລວດ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ, ພະນັກງານອົງການປົກຄອງຂັ້ນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າເຖິງວຽກງານກົດໝາຍ ເປັນການກໍ່ສ້າງນັກກົດໝາຍລົງສູ່ທ້ອງຖິ່ນຂອງຕົນ, ສ້າງໃຫ້ມີນັກກົດໝາຍທີ່ເຂັ້ມແຂງ, ມີຄວາມຮູ້ທາງດ້ານກົດໝາຍຢ່າງໜັກແໜ້ນ, ມີປະສິດທິພາບອັນກໍ່ໃຫ້ເກີດປະສິດທິຜົນເພື່ອປົກປ້ອງ, ຄຸ້ມຄອງ ແລະ ຮັກສາ ສິດ-ຜົນປະໂຫຍດອັນຊອບທຳ, ຍຸຕິທຳໃກ້ແກ່ຕົນເອງ ແລະ ສັງຄົມ.
ຫຼັງຈາກນັ້ນ ທ່ານກໍຍັງສະແດງຄວາມຮູ້ບຸນຄຸນມາຍັງທຸກພາກສ່ວນ ທີ່ໃຫ້ການ ຊຸກຍູ້ ແລະ ສະໜັບສະໜູນ ໃຫ້ຄວາມຮ່ວມໄມ້ ຮ່ວມມື ສ້າງຈຸດສຸມເຂດສີໂຄດ - ດົງໃຕ້ ລວມທັງໝົດມີ 13 ບ້ານ ໃຫ້ເປັນສະຖານທີ່ບົ່ມເພາະແນວພັນ ໃຫ້ແກ່ບຸກຄະລາກອນກົດໝາຍ ຈຳນວນ 50 ກວ່າທ່ານ ໃຫ້ເປັນກຳລັງແຮງອັນໜຶ່ງທີ່ຜັກດັນຄວາມເຂັ້ມແຂງທາງດ້ານກົດໝາຍ ທັງເປັນພູມຄຸ້ມກັນໃຫ້ແກ່ສັງຄົມ ແລະ ທ້ອງຖິ່ນຂອງຕົນ ໃຫ້ມີຄວາມສະຫງົບສຸກ, ເຂັ້ມແຂງ ແລະ ຍຸຕິທຳ.
ຈການັ້ນ ທາງຄະນະພະແນກຍຸຕິທຳແຂວງຄຳມ່ວນ ນຳໂດຍທ່ານ ລຳພອນ ສີອັກສອນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ກໍ່ຖືໂອກາດດັ່ງກ່າວ ເປັນກຽດຂື້ນມອບປື້ມກົດໝາຍ 4 ຂົງເຂດ ໃຫ້ແກ່ ອົງການປົກຄອງບ້ານ ເຂດສີໂຄດ-ດົງໃຕ້ ເພື່ອໄດ້ນຳເອົາປື້ມດັ່ງກ່າວເຂົ້າໃສ່ຕູ້ປື້ມກົດໝາຍປະຈຳບ້ານ ເພື່ອເປັນແຫຼ່ງສະໜອງຂໍ້ມູນ ແລະ ຄວາມຮູ້ທາງດ້ານກົດໝາຍໃຫ້ແກ່ປະຊາຊົນ ເຂດສີໂຄດ-ດົງໃຕ້.
ພິທີໄດ້ດຳເນີນຮອດ ເວລາ 11:00 ໂມງ ຂອງວັນດຽວກັນຈິ່ງໄດ້ສຳເລັດ ແລະປິດລົງຢ່າງຈົບງາມ.