Submitted by buakhao on

ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລື ຮ່າງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ຂຶ້ນໃນຕອນເຊົ້າຂອງວັນທີ 31 ມັງກອນ 2018. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ວິຊາການກົດໝາຍ ຂອງ 2 ກະຊວງ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນອື່ນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ກ່າວຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປະຕິບັດຕາມຂັ້ນຕອນຂອງການສ້າງ ແລະ ປັບປຸງກົດໝາຍ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014 ຊຶ່ງກະຊວງຍຸຕິທໍາຈະໄດ້ຄົ້ນຄວ້າ ແລະ ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຢ່າງລະອຽດຮອບດ້ານ ແລະ ເປັນເອກະພາບກັນກ່ອນຈະສົ່ງຮ່າງກົດໝາຍໄປຍັງລັດຖະບານເພື່ອພິຈາລະນາ ແລະ ນໍາເຂົ້າກອງປະຊຸມສະພາແຫ່ງຊາດພິຈາລະນາຮັບຮອງ.
ຫຼັງຈາກນັ້ນຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ກໍໄດ້ນຳສະເໜີຮ່າງກົດໝາຍສະບັບດັ່ງກ່າວເປັນຕົ້ນ ເນື້ອໃນ ກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕາການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານອາກອນມູນຄ່າເພີ່ມ ເພື່ອໃຫ້ວຽກງານດັ່ງກ່າວມີປະສິດທິຜົນ ແລະ ປະສິດຕິພາບ ຮັບປະກັນການສົ່ງເສີມການຜະລິດ, ການດຳເນີນທຸລະກິດ, ການລົງທຶນ, ການສົ່ງອອກ, ການສະໜອງສິນຄ້າ ແລະ ການບໍລິການ ແນ່ໃສເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.