Submitted by xaiyphimphone on

ເພື່ອເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ໃນຂົງເຂດວຽກງານຍຸຕິທຳ ໃນລະຫວ່າງວັນທີ 18-19 ມັງກອນ 2018 ກະຊວງຍຸຕິທຳ ໄດ້ ຈັດກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2017 ຂຶ້ນ ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມີບັນດາຜູ້ຊີ້ນຳວຽກງານຍຸຕິທຳຂັ້ນແຂວງ, ນະຄອນຫຼວງວຽງຈັນ, ບັນດາຫົວໜ້າພະແນກຍຸຕິທຳທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ຜູ້ແທນກອງປະຊຸມກໍໄດ້ພ້ອມກັນຮັບຟັງບົດສະຫຼຸຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈຳປີ 2017 ທີ່ຜ່ານມາ ແລະ ທິດທາງແຜນການຈຸດສຸມວຽກງານຍຸຕິທໍາປະຈຳປີ 2018 ຊື່ງສະເໜີໂດຍ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ຊຶ່ງໃນລະຍະຜ່ານມາ ຂະແໜງຍຸຕິທຳໄດ້ຕັ້ງໜ້າປະຕິບັດໜ້າທີ່ຕາມພາລະບົດບາດຢ່າງມີຜົນສຳເລັດ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານວຽກງານໃນຂົງເຂດຍຸຕິທຳໃນລະຍະຜ່ານມາ ໂດຍສະເພາະວຽກງານການເປັນເສນາທິການໃຫ້ແກ່ລັດຖະບານເພື່ອຄົ້ນຄວ້າ ແລະ ກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ, ວຽກງານການໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ສັງຄົມ, ການສົ່ງເສີມລະບົບຍຸຕິທຳ, ການກວດກາ ແລະ ການປະເມີນຜົນນິຕິກຳ, ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ການບໍລິການກົດໝາຍ ແລະ ຍຸຕິທຳ, ການຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ແລະ ການຮ່ວມມືກັບພາກພື້ນ ແລະ ສາກົນ. ຫຼັງຈາກນັ້ນ ທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳທີ່ສຳຄັນຕໍ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຊຶ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຜົນງານທີ່ຄະນະພັກ-ຄະນະນຳ ຕະຫຼອດຮອດພະນັກງານ-ລັດຖະກອນຂອງຂະແໜງວຽກງານຍຸຕິທຳທົ່ວປະເທດທີ່ຍາດມາໄດ້ໃນລະຍະຜ່ານມາ ກໍຄືການຕັ້ງໜ້າຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ໃນການເປັນເສນາທິການຊ່ວຍລັດຖະບານ ໃນການຄຸ້ມຄອງລັດທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳໄດ້ເປັນຢ່າງດີ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມດຽວກັນນັ້ນ ທ່ານປະທານສະພາແຫ່ງຊາດ ຍັງໄດ້ເນັ້ນບາງບັນຫາທີ່ສຳຄັນ ຊຶ່ງມີເນື້ອໃນບາງຕອນວ່າ: ໃຫ້ຄະນະພັກ, ຄະນະນຳ ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເລີກເຊີ່ງ ໃນທຸກວຽກງານຂອງຂະແໜງການຍຸຕິທຳ, ສ້າງໃຫ້ພະນັກງານ-ລັດຖະກອນທຸກຄົນກາຍເປັນມືອາຊີບ, ເປັນຜູ້ຊຳນານງານ ແລະ ເປັນຜູ້ຊ່ຽວຊານສະເພາະດ້ານ, ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໜັ້ນຕໍ່ການນຳພາຂອງພັກ-ລັດ, ມີຄຸນສົມບັດສິນທຳປະຕິວັດ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ ແລະ ຍຸຕິທຳ, ເຮັດໃຫ້ນັກກົດໝາຍເປັນນັກກົດໝາຍທີ່ຍ່າງຢູ່ບົນໜ້າດີນຮ່ວມກັບປະຊາຊົນ ບໍ່ແມ່ນນັກກົດໝາຍທີ່ລອຍຢູ່ບົນອາກາດຫ່າງເຫີນຈາກປະຊາຊົນ. ສຶກສາອົບຮົມໃຫ້ທຸກຄົນມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບ ແລະ ໃຫ້ມີຜົນສຳເລັດເປັນຢ່າງດີ; ສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ກົດໝາຍຢ່າງກ້ວາງຂວາງ ແລະ ທົ່ວເຖິງ. ທັງນໍາໃຊ້ພາຫະນະສື່ມວນຊົນຕ່າງໆ ນຳໃຊ້ໃນການໂຄສະນາເຜີຍແຜ່ໂດຍກົງຢູ່ຕາມໂຮງຮຽນ, ໂຮງໝໍ, ສຳນັກງານ-ອົງການ, ກົມກອງກຳລັງປະກອບອາວຸດ, ຮາກຖານບ້ານປະຊາຊົນ, ຕະຫຼອດຮອດຫົວໜ່ວຍທຸລະກິດຕ່າງໆ ໂດຍເອົາວຽກງານນີ້ຕິດພັນກັບວຽກງານສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 04 ເນື້ອໃນ 04 ຄາດໝາຍ ທີ່ກົມການເມືອງສູນກາງພັກວາງອອກ, ປັບປຸງວຽກງານຍຸຕິທຳຮາກຖານ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢູ່ໃນສັງຄົມໃຫ້ດີຂຶ້ນເປັນກ້າວໆ; ຈົ່ງສືບຕໍ່ຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນ ແລະ ບົນຈິດໃຈບຸກທະລຸ: ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ; ບັນດາສະຫາຍຈະສຳເລັດໜ້າທີ່, ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ໄດ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດໃຫ້ມີຄວາມເຂັ້ມແຂງ, ຕາມທິດປະຊາຊົນມີຄວາມຮັ່ງມີຜາສຸກ, ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ.