Submitted by wickyboubphalyvanh on

ໃນຕອນບ່າຍຂອງວັນທີ 17 ມັງກອນ 2018 ທີ່ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດສ້າງລັດທີ່ປົກຄອງດ້ວຍກົດໝາຍຂື້ນ ໂດຍການເປັນປະທານ ຂອງທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ , ມີທ່ານ ນາງ ຄາຣີນ່າ ອີໂມເນັ້ນ ຜູ້ຕາງໜ້າຈາກອົງການ ສະຫະປະຊາຊາດ ເພື່ອການພັດທະນາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ພະນັກງານທີ່ກ່ຽວຂ້ອງຂອງໂຄງການເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກຳ, ທັງເປັນຫົວໜ້າກອງເລຂາ ໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດສ້າງລັດທີ່ປົກຄອງດ້ວຍກົດໝາຍ (SPLSMP) ໄດ້ຂື້ນຜ່ານບົດລາຍງານໂຄງການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນແມ່ບົດສ້າງລັດທີ່ປົກຄອງດ້ວຍກົດໝາຍ ຊື່ງໂຄງການດັ່ງກ່າວແມ່ນໄດ້ຖືກຮັບຮອງ ແລະ ເລີ່ມຈັດຕັ້ງປະຕິບັດໃນຕົ້ນເດືອນ ມັງກອນ ປີ 2014 - ເດືອນ ມິຖຸນາ ປີ 2017 ຕະຫຼອດລະຍະດັ່ງກ່າວໂຄງການ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ ຢ່າງຫຼວງຫຼາຍໂດຍຜ່ານການເຄື່ອນໄຫວບັນດາກິດຈະກຳຕ່າງໆຂອງໂຄງການ.
ພ້ອມດຽວກັນນັ້ນໃນກອງປະຊຸມຍັງໄດ້ຕົກລົງສືບຕໍ່ ໂຄງການເປັນລະຍະທີສອງ ໂດຍໃສ່ຊື່ວ່າ ໂຄງການສະໜັບສະໜູນທາງດ້ານຍຸດທະສາດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງລັດດ້ວຍກົດໝາຍຢູ່ ສປປ ລາວ ( 3S-RO) ຊື່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນສິງຫາ ປີ 2017 ແລະ ຈະສີ້ນສຸດ ໃນເດືອນ ສິງຫາ ປີ 2021 ໃນນັ້ນມີຫ້າແຜນງານໃຫຍ່ ເປັນຕົ້ນ: ການຍົກລະດັບການເຂົ້າເຖິງຂະບວນການຍຸຕິທຳ ແລະ ການບໍລິການທາງດ້ານກົດໝາຍຂອງປະຊາຊົນ, ສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ສິດ ແລະ ພັນທະຕໍ່ໜ້າກົດໝາຍຂອງປະຊາຊົນ ແລະ ເຮັດໃຫ້ ສປປ ລາວ ກາຍເປັນລັດທີ່ມີລະບົບກົດໝາຍຄົບຊຸດ ເພື່ອປະກອບສ່ວນໃນການສ້າງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພ້ອມນຳເອົາຄວາມຍຸຕິທຳມາສູ່ສັງຄົມ.
ຂ່າວ: ອອ່ນຄຳ ພາບ ສົມຫວັງ