Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2018 ທີ່ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານທະບຽນສານໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງຂະແໜງຍຸຕິທຳທົ່ວປະເທດ ປະຈຳປີ 2018 ຂື້ນ ເປັນຊຸດທີ 1 ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນຍຸຕິທຳແຫ່ງຊາດ, ຕະຫຼອດຮອດຜູ້ເຂົ້າຮ່ວມຝຶກອົບຮົມຈາກບັນດາພະແນກຍຸຕິທຳແຂວງ, ນະຄອນຫຼວງ ແລະ ບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ 63 ທ່ານ, ຍິງ 17 ທ່ານ.
ໃນພິທີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດໄດ້ຂື້ນກ່າວຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກລະດັບໃຫ້ພະນັກງານທະບຽນສານ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານດັ່ງກ່າວຕາມພາລະບົດບາດ-ໜ້າທີ່ຂອງຕົນ ໃຫ້ກາຍເປັນພະນັກງານທະບຽນສານທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ ,ມີທັກສະໃນການຄົ້ນຄ້ວາ ແລະ ກວດກາເອກະສານຕ່າງໆໃຫ້ມີຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ສອດຄ່ອງກັບກົດໝາຍ ແລະ ສາມາດໃຫ້ຄຳປຶກສາທາງດ້ານກົດໝາຍກ່ຽວກັບວຽກງານທະບຽນສານໃຫ້ແກ່ຜູ້ມາໃຊ້ບໍລິການໄດ້ໃນລະດັບທີ່ແນ່ນອນ.
ໃນຕອນທ້າຍຂອງພິທີ ທ່ານໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ໂດຍທ່ານໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມທຸກຄົນຈົ່ງເຊີດຊູຄວາມຮັບຜິດຊອບ, ເປັນເຈົ້າການໃນການຄົ້ນຄວ້າຮ່ຳຮຽນ ພ້ອມທັງ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ຕິດຕາມການບັນລະຍາຍຂອງຄູ-ອາຈານເພື່ອຍາດແຍ່ງເອົາຄວາມຮູ້ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນໃນເວລາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ມີອັນຫັນປ່ຽນໃໝ່ໃນວຽກງານດັ່ງກ່າວ ແລະ ໄດ້ຮັບຜົນສູງສຸດ
ຊຸດຝຶກອົບຮົມດັ່ງກ່າວຈະດຳເນີນຮອດວັນທີ 26 ມັງກອນ 2018 ຈຶ່ງໄດ້ປິດລົງ.
ຂ່າວ: ອອ່ນຄຳ
ພາບ: ສົມຫວັງ