Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 25 ມັງກອນ 2018 ທີ່ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍປ້າຍ ໂດຍການເປັນປະທານຂອງທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮວ່ມຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ, ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການກົດໝາຍຂອງສອງພາກສວ່ນເຂົ້າຮວ່ມ.
ໃນກອງປະຊຸມຜູ້ເຂົ້າຮວ່ມກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືແລກປຽ່ນບົດຮຽນ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍປ້າຍ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີບັນຍາກາດຟົດຟື້ນແນໃສ່ເຮັດໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນຂື້ນ.
ຮ່າງກົດໝາຍວ່າດ້ວຍປ້າຍ ປະກອບມີ 12 ພາກ, 9 ໝວດ, 59 ມາດຕາ ໃນກົດໝາຍສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ກວດກາ ການດຳເນີນກິດຈະການ ກ່ຽວກັບປ້າຍ ເພື່ອໃຫ້ສອດຄ່ອງກັບມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ໂດຍສະເພາະແມ່ນການຄຸ້ມຄອງ, ການຕິດຕາມ ແລະ ການກວດກາປ້າຍໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ: ອ່ອນຄຳ ໄຊຍະວົງ
ພາບ: ສຸກສາຄອນ