Submitted by wickyboubphalyvanh on
ໂດຍອີງຕາມແຈ້ງການ ສະບັບເລກ 73/ກຍ.ສພບ, ລົງວັນທີ 11 ທັນວາ 2017 ວ່າດ້ວຍການອຸປະຖຳເປັນວັດຖຸ ແລະ ປັດໃຈ ເພື່ອອວຍພອນ ແລະ ມອບຂອງຂວັນ ໃຫ້ນາຍ-ພົນທະຫານ ທີ່ພວມປະຕິບັດໜ້າທີ່ ຢຸ່ເຂດຫ່າງໄກສອກຫຼີກ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ ແລະ ອີງຕາມແຈ້ງການສະບັບເລກທີ 75/ກຍ.ສພບ, ລົງວັນທີ 20 ທັນວາ 2017 ວ່າດ້ວຍ ການຂໍລະດົມທຶນເພື່ອຊ່ວຍເຫຼືອໄພນ້ຳຖ້ວມ ຢູ່ ສສ ຫວຽດນາມ.
ໃນຕອນບ່າຍຂອງວັນທີ 27 ທັນວາ 2017 ທີ່ຜ່ານມານີ້ ໜ່ວຍກຳມະບານຮາກຖານ ກົມສົ່ງເສີມລະບົບຍຸຕິທຳ ໄດ້ຈັດພິທີມອບວັດຖຸ ແລະ ປັດໃຈ ໃຫ້ນາຍ-ພົນທະຫານ ທີ່ພວມປະຕິບັດໜ້າທີ່ ຢຸ່ເຂດຫ່າງໄກສອກຫຼີກ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ (20 ມັງກອນ 1949- 20 ມັງກອນ 2018) ແລະ ວັນສຳຄັນຕ່າງໆຂອງຊາດ ພ້ອມກັນນັ້ນກໍຍັງໄດ້ມອບທຶນເພື່ອຊ່ວຍເຫຼືອໄພນ້ຳຖ້ວມຢູ່ ສສ ຫວຽດນາມ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໂດຍການມອບຂອງ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ແລະ ຮັບໂດຍທ່ານ ບຸນລຽບ ໄຊຍະແສງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ມີສະມາຊິກໜ່ວຍ ກຳມະ ບານທັງສອງກົມເຂົ້າຮ່ວມຢ່າງພ້ອມພຽງ, ຊຶ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ ໝີ່ສຳເລັດຮູບຈຳນວນ 10 ແກັດ ແລະ ເງິນຈຳນວນ 122.000 ກີບ.
ຂ່າວ: ປາວີຄຳ ເພັດທະລາກຸນ
ພາບ: ສຸກສາຄອນ ຈັນທະວຸດ