Submitted by wickyboubphalyvanh on

ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 1422/ກຍ, ລົງວັນທີ 08 ທັນວາ 2017 ວ່າດ້ວຍການອະນຸມັດເປີດສຳມະນາກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຮ່ວມກັບ ກະຊວງຍຸຕິທຳ ສາທາລະນະລັດ ເກົາຫຼີ. ສຳມະນາດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນ 14 ທັນວາ 2017 ຢູ່ທີ່ ໂຮງແຮມ ແກຣນວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ທ່ານ ຊາງຮຸນ ຄິມ ຮອງຫົວໜ້າພະແນກກົດໝາຍສາກົນ ແລະ ໄອຍະການປະຊາຊົນ ກະຊວງຍຸຕິທຳສາທາລະນະລັດ ເກົາຫຼີ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງ ແລະ ຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມທັງໝົດ 37 ທ່ານ ,ຍິງ 17 ທ່ານ.
ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດກ່າວເປີດສຳມະນາພ້ອມທັງກ່າວຈຸດປະສົງຂອງການສຳມະນາໃນຄັ້ງນີ້ ແມ່ນເພື່ອທົບທວນຄືນເນື້ອໃນຂອງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງປີ 2010 ຂອງ ສປປ ລາວ, ຮັບຟັງການບັນລະຍາຍບົດຮຽນກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຈາກບັນດາຊ່ຽວຊານທີ່ມາຈາກ ກະຊວງຍຸຕິທຳ ສາທາລະນະລັດ ເກົາຫຼີ, ສູນພາກພື້ນອາຊີ ແລະ ປາຊີຟິກ, ຄະນະກຳມະທິການກົດໝາຍການຄ້າສາກົນ ສະຫະປະຊາຊາດ ແລະ ຄະນະບໍລິຫານການຕັດສິນຂໍ້ຂັດແຍ່ງການຄ້າ ສາທາລະນະລັດ ເກົາຫຼີ ແລະ ຈະໄດ້ສົນທະນາແລກປ່ຽນບົດຮຽນ, ປະກອບຄຳຄິດຄຳເຫັນຮ່ວມກັນເພື່ອເປັນຂໍ້ມູນໃຫ້ແກ່ການກະກຽມປັບປຸງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນອຸດົມສົມບູນ, ສອດຄ່ອງກັບການຂະຫຍາຍຕົວຂອງສັງຄົມໃນປັດຈຸບັນ ແລະ ສະເພາະໜ້າ, ອີກດ້ານໜຶ່ງ ກໍເພື່ອເຮັດໃຫ້ເນື້ອໃນກົດໝາຍສອດຄ່ອງກັບບັນດາກົດໝາຍ ແລະ ສົນທິສັນຍາສາກົນ ກໍຄືພາກພຶ້ນທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ.
ຕອນທ້າຍ ທ່ານປະທານ ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນ ຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນ ແລະ ປະກອບຄຳຄິດຄຳເຫັນຢ່າງມີຄວາມຮັບຜິດຊອບສູງ ແລະ ມີບັນຍາກາດຟົດຟື້ນ.
ຂ່າວໂດຍ: ປາວີຄຳ ເພັດທະລາກຸນ
ພາບໂດຍ: ສຸກສາຄອນ ຈັນທະວຸດ