Submitted by xaiyphimphone on

ກະຊວງຍຸຕິທຳ ຈັດພິທີປະຖະກາຖາວັນມະຫາປະຕິວັດເດືອນຕຸລາ ລັດເຊຍ ຄົບຮອບ 100 ປີ (7 ພະຈິກ 1917-7 ພະຈິກ 2017) ຂຶ້ນໃນວັນທີ 30 ພະຈິກ 2017, ໂດຍໃຫ້ກຽດປະຖະກາຖາໃນວັນສຳຄັນດັ່ງກ່າວນີ້ ໂດຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີບັນດາພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ປາຖະກາຖາໃຫ້ຮູ້ວ່າ: ກ່ອນໜ້ານີ້ 100 ປີ ຄື ວັນທີ 7 ພະຈິກ 1917 ພາຍໃຕ້ການນຳພາຂອງພັກໂບນເຊວິກ ທີ່ມີທ່ານ ເລນິນ ເປັນຜູ້ນຳໜ້ານັ້ນ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລັດເຊຍ ໄດ້ລຸກຮື້ຂຶ້ນຢຶດອຳນາດ ແລະ ສ້າງຕັ້ງ ລັດເຊຍ (ສະຫະພາບໂຊວຽດ) ຊຶ່ງເປັນລັດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ລັດທຳອິດຂອງໂລກ. ການປະຕິວັດເດືອນຕຸລາ ລັດເຊຍ ປີ 1917 ເກີດຂຶ້ນ ບໍ່ແມ່ນເລື່ອງບັງເອີນ ແຕ່ແມ່ນກົດເກນທີ່ຕ້ອງເປັນໄປຂອງສັງຄົມມະນຸດ. ການປະຕິວັດເດືອນຕຸລາລັດເຊຍ ມັນໄດ້ບົ່ມເພາະ ແລະ ເຄື່ອນໄຫວມາຕັ້ງແຕ່ ປີ 1905 ຍ້ອນການສູ້ຢັນເຊິ່ງກັນ ແລະ ກັນ ລະຫວ່າງຊົນຊັ້ນສັກດີນາ, ນາຍທຶນ ກັບ ກຳລັງປະຕິວັດ ໄດ້ແກ່ຍາວຫຼາຍປີ ຈົນຮອດວັນທີ 25 ເດືອນ ຕຸລາ (ຕາມປະຕິທິນ ລັດເຊຍ) ເປັນເວລາ 7 ໂມງ ຂອງວັນທີ 7 ພະຈິກ 1917 (ຕາມປະຕິທິນສາກົນ) ການລຸກຮື້ຂຶ້ນຢ່າງແຂງແຮງຂອງຊົນຊັ້ນກຳມະກອນ, ປະຊາຊົນຊາວຜູ້ອອກແຮງງານ ແລະ ຖັນແຖວກອງທັບທີ່ກ້າວໜ້າ ໄດ້ແຜ່ລາມໄປທົ່ວປະເທດ. ໃນຕອນເຊົ້າຂອງວັນທີ 7 ພະຈິກ 1917 ກໍ່າປັ່ນຮົບ “ອາວາໂຣຣາ” (ຮຸ່ງອາລຸນ) ໄດ້ຍິງປືນໃຫຍ່ໃສ່ພະລາດຊະວັງລະດູໜາວ ທີ່ ເປໂຕກຣາດ ຊຶ່ງເປັນເຮືອນຫຼັງສຸດທ້າຍຂອງລັດຖະບານນາຍທຶນ, ຈາກນັ້ນ ປະຊາຊົນ ແລະ ທະຫານ ກໍບຸກເຂົ້າມ້າງປະຕູເຫຼັກ ໂຄ່ນລົ້ມລັດຖະບານນາຍທຶນຢ່າງສິ້ນເຊີງ.
ພ້ອມດຽວກັນນີ້ ທ່ານກໍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການປະຕິວັດເດືອນຕຸລາລັດເຊຍ ຊຶ່ງໄດ້ມີຄວາມໝາຍອັນຍິ່ງໃຫຍ່ໃນປະຫວັດສາດ, ມັນເປັນການໄຂສັງກາດໃໝ່ໃຫ້ແກ່ມວນມະນຸດ ໃນການຂ້າມຜ່ານໄປສູ່ລະບອບໃໝ່, ລະບອບສັງຄົມນິຍົມ, ເຮັດໃຫ້ໂລກທີ່ປົກຄຸມດ້ວຍລະບອບນາຍທຶນ ຖືກແຕກອອກເປັນປ່ຽງ ການເປັນລະບົບສັງຄົມນິຍົມໃນຂອບເຂດທົ່ວໂລກ, ໂລກໄດ້ມີ 2 ລະບອບສັງຄົມທີ່ຕໍ່ສູ້ກັນ, ທັງແຂ່ງຂັນ ແລະ ຮ່ວມມືກັນ; ການປະຕິວັດເດືອນຕຸລາລັດເຊຍສຳເລັດຜົນ ໄດ້ເກີດມີລັດຂອງຊົນຊັ້ນກຳມະກອນ ແລະ ຊາວນາ ເປັນຄັ້ງທຳອິດໃນໂລກ, ແມ່ນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ລະບອບຄົນກົດຂີ່ຂູດຮີດຄົນໄດ້ຖືກລົບລ້າງຢ່າງເປັນທາງການ, ປະຊາຊົນທຸກຊັ້ນຄົນ ໄດ້ມີສິດເສລີພາບ ປະຊາທິປະໄຕຢ່າງເຕັມປ່ຽມ, ປະຊາຊົນໄດ້ມີສ່ວນຮ່ວມເປັນເຈົ້າການ ໃນການສ້າງສາພັດທະນາປະເທດຊາດຂອງຕົນ; ການປະຕິວັດເດືອນຕຸລາລັດເຊຍ ແມ່ນໄຊຊະນະຂອງລັດທິ ມາກ-ເລນິນ ຈາກທິດສະດີ ໄດ້ກາຍເປັນພຶດຕິກຳຕົວຈິງ, ພັກກອມມູນິດໄດ້ກາຍເປັນພັກກຳອຳນາດ ນຳພາທົ່ວປະເທດເປັນຄັ້ງທຳອິດ, ພັກໄດ້ກາຍເປັນແກນນຳລະບົບການເມືອງ ຂອງລະບອບສັງຄົມນິຍົມ, ເປັນຫຼັກແຫຼ່ງໃນການຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນພາຍໃນ, ສຶກສາອົບຮົມ ແລະ ປຸກລະດົມປະຊາຊົນຕໍ່ສູ້ປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ນອກຈາກນັ້ນ, ທ່ານຍັງໄດ້ໃຫ້ຮູ້ອີກວ່າ ພາຍຫຼັງປະເທດຊາດເຮົາໄດ້ຮັບການປົດປ່ອຍຢ່າງສົມບູນ, ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສະຫະພາບໂຊວຽດ ໄດ້ຕັ້ງໜ້າໃຫ້ການສະໜັບສະໜູນ ຊ່ວຍເຫຼືອຕໍ່ປະເທດເຮົາຢ່າງໃຫຍ່ຫຼວງ ແລະ ຮອບດ້ານ ເປັນຕົ້ນແມ່ນ ດ້ານການເມືອງ, ດ້ານເສດຖະກິດ, ດ້ານການສຶກສາ, ດ້ານສາທາລະນະສຸກ, ດ້ານວັດທະນະທຳ-ສັງຄົມ, ດ້ານວິທະຍາສາດເຕັກໂນໂລຊີ, ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຕ່າງປະເທດ ແລະ ການກໍ່ສ້າງພັກ-ພະນັກງານ. ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີຫຼາຍກິດຈະການທີ່ເປັນພື້ນຖານໃຫ້ແກ່ລາວ ເປັນຕົ້ນແມ່ນ ທາງໝາຍເລກ 9, ຂົວປາກກະດິງ, ໂຮງຮຽນພັກ-ລັດ ຊັ້ນສູງ (ທ່າງອນ), ໂຮງໝໍ 150 ຕຽງ (ມິດຕະພາບ), ໂຮງກາຍຍະສິນສູນກາງ, ສະຖານີດາວທຽມ (ສະປຸດນິກ) ຫຼັກ 52, ອຸປະກອນພາຫະນະການທະຫານ ລົດ, ຍົນ, ອາວຸດປະເພດຕ່າງໆນັບບໍ່ຖ້ວນ, ແຕ່ລະປີ ນັກສຶກສາລາວ ໄດ້ໄປຮຽນຢູ່ສະຫະພາບໂຊວຽດ ຈຳນວນຫຼາຍຮ້ອຍຄົນ ໃນທຸກລະດັບ ແລະ ທຸກຂະແໜງການ ອັນເປັນການຊ່ວຍໃຫ້ປະເທດເຮົາ ສາມາດຮໍາບາດແຜສົງຄາມ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັບປະກັນສະຖຽນລະພາບຂອງປະເທດຊາດ.
ຂຽນຂ່າວ ແລະ ຖ່າຍພາບໂດຍ: ຊາຍພິມພອນ ສີຣິວົງໄຊ