Submitted by wickyboubphalyvanh on

ວັນທີ 29 ພະຈິກ 2017 ຜ່ານມານີ້ ພະແນກຍຸຕິທຳແຂວງບໍລິຄຳໄຊ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວສາຂາປາກຊັນ ແລະ ສານປະຊາຊົນແຂວງ ຈັດການແຂ່ງກິລາຂື້ນ ເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆ ຂອງຊາດ ໂດຍສະເພາະວັນຊາດທີ 2 ທັນວາທີ່ຈະເຖິງນີ້, ເປັນກຽດເຂົ້າຮ່ວມມີພະນັກງານການນຳພາຍໃນທະນາຄານການຄ້າຕ່າງປະເທດລາວ ແລະ ສານປະຊາຊົນແຂວງ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ ກ່າວວ່າ ຈຸດປະສົງຂອງການສ້າງຂະບວນການໃນເທື່ອນີ້ ກໍ່ເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາທີ່ຈະມາເຖິງນີ້ ທັງເປັນການເຕົ້າໂຮມ, ຜູກແໜ້ນຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫ່ວາງ ພະແນກຍຸຕິທຳແຂວງ, ສານປະຊາຊົນແຂວງ ແລະ ທະນາຄານການຄ້າຕ່າງປະເທດລາວ ສາຂາປາກຊັນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນກ່ວາເກົ່າ.
ການແຂ່ງຂັນຄັ້ງນີ້ ປະກອບມີ 02 ປະເພດ ຄື ເຕະບານຟຸດຊໍຊາຍ ແລະ ເປຕັງ ຍິງ-ຊາຍ ຊຶ່ງຜົນຂອງການແຂ່ງຂັນ ເຕະບານ ທີມທະນາຄານການຄ້າຕ່າງປະເທດລາວ ເອົາຊະນະ ທີມພະແນກຍຸຕິທຳແຂວງ. ກິລາເປຕັງ ທີມສານປະຊາຊົນແຂວງ ຊະນະ ທີມພະແນກຍຸຕິທຳແຂວງ ທັງຍິງ ແລະ ຊາຍ. ໃນໂອກາດນີ້ ທາງທະນາຄານການຄ້າຕ່າງປະເທດລາວສາຂາປາກຊັນໄດ້ນຳເອົາເຄື່ອງກິລາຈຳນວນ 38 ຊຸດມອບໃຫ້ພະແນກຍຸຕິທຳແຂວງ.