Submitted by xaiyphimphone on

ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນວັນທີ 16 ພະຈິກ 2017 ໂດຍການເປັນກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ໄຊສີສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີແຂກຖືກເຊີນທີ່ມາຈາກຫຼາຍພາກສ່ວນເຂົ້າຮ່ວມ ເປັນຕົ້ນ ບັນດາກະຊວງ, ອົງການທຽບເທົ່າ, ພະແນກຍຸຕິທໍາທ້ອງຖິ່ນ, ຜູ້ໄກ່ເກ່ຍ-ກໍາມະການຕັດສີນ, ບັນດາວິສາຫະກິດ-ທຸລະກິດ ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ທັງໝົດ 152 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ທີ່ຄະນະຮັບຜິດຊອບປັບປຸງກົດໝາຍ ໄດ້ຮ່າງສໍາເລັດມາແລ້ວນັ້ນ ເພື່ອໃຫ້ທັນນໍາສະເໜີຜ່ານກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມັງກອນ ປີ 2018 ແລະ ຈະສະເໜີປ້ອງກັນຮ່າງກົດໝາຍສະບັບປັບປຸງນີ້ ຕໍ່ກອງປະຊຸມສະພາແຫ່ງຊາດໃນເດືອນ 4 ປີ 2018.
ໃນກອງປະຊຸມ ທ່ານ ນາງ ດວງມະນີ ລາວມາວ ໄດ້ສະເໜີໃຫ້ຮູ້ກ່ຽວກັບສະພາບການຈັດຕັ້ງວຽກງານໃນລະຍະຜ່ານມາ ແລະ ສະເໜີຮ່າງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ຕໍ່ກອງປະຊຸມ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມພິຈາລະນາປະກອບຄໍາເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ ໂດຍສະເພາະ ເຫດຜົນ ແລະ ຄວາມຈຳເປັນໃນການສະເໜີປັບປຸງກົດໝາຍ; ສະພາບການປັບປຸງກົດໝາຍ; ໂຄງປະກອບ ແລະ ເນື້ອໃນສຳຄັນຂອງຮ່າງກົດໝາຍສະບັບປັບປຸງ; ຄາດຄະເນຜົນໄດ້ຮັບພາຍຫຼັງການປັບປຸງກົດໝາຍ. ຫຼັງຈາກນັ້ນ, ບັນຜູ້ເຂົ້າຮ່ວມກໍໄດ້ມີຄຳຖາມເຈາະຈີ້ມບາງໝວດ, ບາງມາດຕາ ແລະ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງຕໍ່ຮ່າງກົດໝາຍດັ່ງກ່າວ.