Submitted by xaiyphimphone on

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ດຳເນີນໃນລະຫວ່າງ 16 ຕຸລາ ຫາ ວັນທີ 17 ພະຈິກ 2017 ຊຶ່ງກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ສັນຊາດລາວ ສະບັບປັບປຸງ ໃນວັນທີ 1 ພະຈິກ 2017. ສະເໜີໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໂດຍການເປັນປະທານ ຂອງ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ.
ໃນວາລະຂອງກອງປະຊຸມ ທ່ານ ໄຊສີ ສັນຕິວົງ ໄດ້ສະເໜີຕໍ່ສະມາຊິກສະພາແຫ່ງຊາດ ກ່ຽວກັບເຫດຜົນ, ຄວາມຈຳເປັນ ແລະ ຄາດຄະເນຜົນໄດ້ຮັບ ຂອງການປັບປຸງກົດໝາຍສະບັບດັ່ງກ່າວ, ຊຶ່ງການປັບປຸງໃນຄັ້ງນີ້ ແນໃສ່ໃຫ້ສອດຄ່ອງກັບລັດຖະທຳມະນູນ ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015 ແລະ ກົດໝາຍວ່າດ້ວຍ ລັດຖະບານ ສະບັບເລກທີ 69/ສພຊ, ລົງວັນທີ 15 ທັນວາ 2015 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານສັນຊາດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ເຮັດໃຫ້ຂອດການປະສານສົບທົບລະຫວ່າງຂະແໜງການທີ່ກ່ຽວ ຂ້ອງ ໄດ້ສະດວກ ແລະ ມີປະສິດທິພາບຍິ່ງຂຶ້ນ, ພ້ອມທັງຂະຫຍາຍຕາໜ່າງບໍລິການທາງດ້ານກົດໝາຍກ່ຽວກັບວຽກງານສັນຊາດ ລົງສູ່ຮາກຖານ. ກົດໝາຍວ່າດ້ວຍ ສັນຊາດລາວ ສະບັບປັບປຸງ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານການໃຫ້ສັນຊາດ, ຖອນສັນຊາດຄືນ, ໃຫ້ປະສັນຊາດ, ແລະ ໃຫ້ສັນຊາດລາວຄືນ, ຊຶ່ງປະກອບມີ 10 ໝວດ 52 ມາດຕາ, ໃນນັ້ນໄດ້ເພີ່ມໃໝ່ ຈຳນວນ 4 ໝວດ ຄື ໝວດທີ 6 ຫາ ໝວດທີ 9 ເພື່ອໃຫ້ສອດຄ່ອງກັບເຕັກນິກຂອງການສ້າງນິຕິກຳ ແລະ ໂຄງປະກອບກົດໝາຍ ທີ່ສະພາແຫ່ງຊາດໄດ້ຮັບຮອງໃນລະຍະຜ່ານມາ, ໄດ້ປັບປຸງເນື້ອໃນ 11 ມາດຕາ, ແຕ່ໂດຍລວມ ແມ່ນຍັງຮັກສາເນື້ອໃນເກົ່າໄວ້ ແລະ ໄດ້ເພີ່ມມາດຕາໃໝ່ ຈຳນວນ 23 ມາດຕາ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສອດຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍອື່ນໆ.
ຫຼັງຈາກນັ້ນ, ທ່ານ ນາງ ສີໃສ ລືເດດມູນສອນ ປະທານກອງປະຊຸມ ກໍໄດ້ມີຄຳຖາມເຈາະຈີ້ມບາງໝວດ, ບາງມາດຕາ ແລະ ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບຕໍ່ຮ່າງກົດໝາຍດັ່ງກ່າວ, ຊຶ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບເປັນພື້ນຖານທາງດ້ານໂຄງສ້າງ, ເນື້ອໃນ ແລະ ໄດ້ເຫັນດີເປັນເອກພາບກັນ ຮັບຮອງເອົາກົດໝາຍວ່າດ້ວຍ ສັນຊາດລາວ ສະບັບປັບປຸງ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.
ກົດໝາຍວ່າດ້ວຍ ສັນຊາດລາວ ສະບັບປັບປຸງ ພາຍຫຼັງຖືກພິຈາລະນາ, ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະສາມາດຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ; ສາມາດຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ, ສາມາດປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ, ພົນລະເມືອງຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.
ນອກຈາກນັ້ນ, ກອງປະຊຸມ ໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ, ຄາດຄະເນ ໝົດ ປີ 2017 ແລະ ແຜນການ 2018, ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນການ ປີ 2018; ພິຈາລະນາຮັບຮອງເອົາບົດ ລາຍງານ ກ່ຽວກັບຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016, ບົດສະຫຼຸບການ ເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງການເຄື່ອນໄຫວປີ 2018 ຂອງ ອົງການກວດສອບແຫ່ງລັດ, ບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບການກວດກາຕາມຜົນການກວດສອບ ບົດສະຫຼຸບຂາດຕົວ ສົກປີ 2013-2014 ແລະ ສົກປີ 2014-2015; ຮັບຮອງເອົາບົດລາຍງານການ ເຄື່ອນໄຫວວຽກງານປະຈໍາປີ 2017 ແລະ ທິດທາງແຜນການປະຈໍາປີ 2018 ຂອງອົງການໄອຍະການ, ສານປະຊາຊົນສູງສຸດ ແລະ ບົດລາຍງານຂອງກະຊວງຍຸຕິທໍາ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ; ຮັບຮອງ ເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2017 ແລະ ທິດທາງແຜນການ ປະຈໍາປີ 2018 ຂອງສະພາແຫ່ງຊາດ. ໂດຍຮັບຮອງເອົາເນື້ອໃນການຕິດຕາມກວດກາ ປະຈໍາປີ 2018 ຂອງສະພາແຫ່ງຊາດ.
ກອງປະຊຸມຍັງໄດ້ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2018 ໃນນັ້ນ ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍສ້າງໃໝ່ ຈໍານວນ 8 ສະບັບ ຄື ກົດໝາຍວ່າດ້ວຍ ການປົກປ້ອງຜົນກະ ທົບຈາກນໍາເຂົ້າສິນຄ້າ, ກົດໝາຍວ່າດ້ວຍ ການຖ່າຍທອດເຕັກໂນໂລຊີ, ກົດໝາຍດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ, ກົດໝາຍວ່າດ້ວຍ ລະບົບການຊໍາລະ, ກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົດໝາຍ ວ່າດ້ວຍ ຜູ້ພິພາກສາ, ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍວ່າດ້ວຍ ວຽກງານກາແດງ ແລະ ກົດໝາຍປັບປຸງ 7 ສະບັບ ຄື ກົດໝາຍວ່າດ້ວຍ ແຮ່ທາດ, ກົດໝາຍວ່າດ້ວຍ ຊັບສິນທາງ ປັນຍາ, ກົດໝາຍວ່າດ້ວຍ ຜັງເມືອງ, ກົດໝາຍວ່າດ້ວຍ ການກວດກາລັດ, ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ, ກົດໝາຍວ່າດ້ວຍ ສັນຊາດ ແລະ ກົດໝາຍວ່າດ້ວຍ ອົງການກໍາມະບານລາວ. .
ກອງປະຊຸມຍັງຕົກລົງເລື່ອນ ຮ່າງກົດໝາຍວ່າດ້ວຍ ໜີ້ສາທາລະນະ ໄປພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອຕໍ່ໄປ ເພື່ອຮັບປະກັນດ້ານເນື້ອໃນ ໃຫ້ມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສັກສິດ. ຊຶ່ງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງ ດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 17 ພະຈິກ 2017.