ຝຶກອົບຮົມຄູຝຶກວຽກງານຕ້ານການຄ້າມະນຸດຂອງຂະແໜງການຍຸຕິທຳ

ຝຶກອົບຮົມຄູຝຶກວຽກງານຕ້ານການຄ້າມະນຸດຂອງຂະແໜງການຍຸຕິທຳ ທີ່ ແຂວງ ຫຼວງພະບາງ

ໃນວັນທີ 30 ຕຸລາ 2019 ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດຊຸດຝຶກອົມຮົມການເປັນຄູຝຶກວຽກງານຕ້ານການຄ້າມະນຸດ ໃຫ້ແກ່ພະນັກງານຂະແໜງຍຸຕິທຳ ຢູ່ທີ່ ແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີ ທ່ານຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍພ້ອມດ້ວຍຄະນະ, ມີຄະນະພະແນກຍຸຕິທຳແຂວງ ຫຼວງພະບາງ, ຫົວໜ້າຂະແໜງ ແລະ ນັກຝຶກອົບຮົມຈາກຫ້ອງການຍຸຕິທຳເມືອງ 11 ເມືອງ ແລະ 1 ນະຄອນ ເຂົ້າຮ່ວມຈຳນວນ 65 ທ່ານ, ຍິງ 9 ທ່ານ.

Subscribe to RSS - ຝຶກອົບຮົມຄູຝຶກວຽກງານຕ້ານການຄ້າມະນຸດຂອງຂະແໜງການຍຸຕິທຳ