ກົມໂຄສະນາເຜີຍແຜ່ກົດໝາຍ ມອບປື້ມປະມວນກົດໝາຍອາຍາ ໃຫ້ຫ້ອງການຍຸຕິທຳເມືອງ ທົ່ວນະຄອນຫຼວງວຽງຈັນ

ກົມໂຄສະນາເຜີຍແຜ່ກົດໝາຍ ມອບປື້ມປະມວນກົດໝາຍອາຍາ ໃຫ້ຫ້ອງການຍຸຕິທຳເມືອງ ທົ່ວນະຄອນຫຼວງວຽງຈັນ

ໃນຕອນບ່າຍຂອງວັນທີ 26 ທັນວາ 2019 ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໄດ້ຈັດພິທີມອບປຶ້ມປະມວນກົດໝາຍອາຍາ ໃຫ້ແກ່ບັນດາຫ້ອງການຍຸຕິທຳເມືອງ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ຂຶ້ນຢູ່ທີ່ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໂດຍໃຫ້ກຽດມອບໂດຍ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ຮັບໂດຍ ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ; ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ, ຜູ້ຕາງໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 18 ທ່ານ, ຍິງ 3 ທ່ານ.

Subscribe to RSS - ກົມໂຄສະນາເຜີຍແຜ່ກົດໝາຍ ມອບປື້ມປະມວນກົດໝາຍອາຍາ ໃຫ້ຫ້ອງການຍຸຕິທຳເມືອງ ທົ່ວນະຄອນຫຼວງວຽງຈັນ