ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

          ຕອນເຊົ້າວັນທີ 3 ກຸມພາ 2023 ຢຸ່ທີ່ສະໂມສອນກະຊວງຍຸຕິທຳໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຜູ້ເຂົ້າຮ່ວມ ມີ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.

ກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ 5 ປີ (2016-2020) ແລະ ທິດທາງແຜນການ ຮອດປີ 2025 ຂອງກະຊວງຍຸຕິທຳ

          ຕອນເຊົ້າທີ 27 ມັງກອນ 2023 ຢູ່ທີ່ໂຮງແຮມດອນຈັນພາເລດ ກະຊວງຍຸຕິທຳ ຈັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂຶ້ນ ໃຫ້ກຽດເປັນປະທານໂດຍ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ, ປະທານຄະນະຊີ້ນຳການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ກະຊວງຍຸຕິທຳ, ມີ ບັນດາທ່ານຮອງລັດຖະມົນຕີ, ອະດີດຮອງລັດຖະມົນຕີ, ທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມ, ສູນ ແລະ ສະຖາບັນຍຸຕິທຳແຫ່ງຊາດ ແລະ ສາຂາ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.

ກອງປະຊຸມ ຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 9 ສະໄໝທີ V

          ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມັງກອນ 2023 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີສະຫາຍຮອງເລຂາ, ກຳມະການຄະນະພັກກະຊວງ, ເລຂາໜ່ວຍພັກ, ພ້ອມດ້ວຍຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາຂົງເຂດຍຸຕິທຳ ໂອ້ລົມຕໍ່ພະນັກງານ- ລັດຖະກອນ ພາຍໃນພະແນກຍຸຕິທໍາ ແຂວງຫຼວງນໍ້າທາ

          ໃນຕອນເຊົ້າຂອງວັນທີ 13 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມ ຂອງພະແນກຍຸຕິທຳແຂວງ ສະມາຊີກພັກ,ພະນັກງານ-ລັດຖະກອນ ພາຍໃນພະແນກຍຸຕິທຳ ໄດ້ຮັບຟັງການໂອ້ລົມຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາຂົງເຂດຍຸຕິທໍາ ເຂົ້າຮ່ວມມີ ທ່ານ ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ຫ້ອງການຍຸຕີທຳເມືອງຍອດອູ ແຂວງຜົ້ງສາລີ ລົງເຄື່ອນໄຫວຈັດຕັ້ງປະຕີບັດວຽກງານໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ກຸ່ມບ້ານຍອດອູ

          ວັນທີ 12 ມັງກອນ 2023 ຫ້ອງການຍຸຕິທໍາເມືອງຍອດອູ ແຂວງຜົ້ງສາລີ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕີບັດວຽກງານ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ກຸ່ມບ້ານຍອດອູໄດ້ 2 ບ້ານຄື: ບ້ານສົມເຮື່ອງ ແລະ ບ້ານສວຍງາມ ນໍາໂດຍທ່ານ ຈອມແປງ ພົມສົມບັດ ຫົວໜ້າຫ້ອງການຍຸຕີທຳ ພ້ອມດ້ວຍຄະນະທີມງານຈໍານວນ 3 ທ່ານ. ໃນສອງບ້ານລວມມີພົນລະເມືອງທັງໝົດ 824 ຄົນ, ຍີງ 564 ຄົນ, ມີ 167 ຫຼັງຄາເຮືອນ ແລະ ມີ 229 ຄອບຄົວ, ການລົງໂຄສະນາໃນຄັ້ງນີ້ມີຄະນະພັກບ້ານ, ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຮັບຟັງທັງ ໝົດ 160 ຄົນ, ຍິງ 45 ຄົນ.

ຄະນະທີມງານຫ້ອງການຍຸຕິທຳເມືອງຜົ້ງສາລີ ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ 2 ກຸ່ມບ້ານ

          ໃນລະຫວ່າງວັນທີ 11-13 ມັງກອນ 2023 ຄະນະທີມງານຫ້ອງການຍຸຕິທໍາເມືອງຜົ້ງສາລີ ແຂວງຜົ້ງສາລີໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ 2 ກຸ່ມ: ກຸ່ມຫຼັກ 18, ກຸ່ມໂພນແກ້ວມີ 2 ບ້ານຄື: ບ້ານບໍ່ກົ້ງ ແລະ ບ້ານນໍ້າປຸງ ໃນນີ້ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 154 ຄົນ, ຍິງ 72 ຄົນ.

ພິທີ ປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍບັ້ນແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ທີ່ສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ

          ຕອນບ່າຍວັນທີ 11 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ ໄດ້ມີ ພິທີ ປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍບັ້ນແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຂຶ້ນໃຫ້ກຽດເປັນປະທານໂດຍ ທ່ານ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ມີ ທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສໍາຮອງ ແລະ ສົມບູນ ເຂົ້າຮ່ວມຢ່າງພ້ອມພຽງ.

ພະແນກຍູຕິທໍາແຂວງລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ບ້ານ ຂອງ ເມືອງໄຊຍະບູລີ

          ໃນວັນທີ 10-12 ມັງກອນ 2023 ພະແນກຍຸຕິທໍາແຂວງໄຊຍະບູລີ ໄດ້ສົມທົບກັບຫ້ອງການຍູຕິທໍາເມືອງໄຊຍະບູລີ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ 3 ບ້ານ ຂອງເມືອງໄຊຍະບູລີ. ເຊີ່ງນໍາພາໂດຍ ທ່ານ ບຸນລ້ຽງ ດວງສົມພອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ພ້ອມດ້ວຍພະນັກງານຂອງພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງໄຊຍະບູລີ, ມີ ນາຍບ້ານ 3 ບ້ານຄື: ບ້ານ ຄອນປຽດ ບ້ານ ໂພນແກ້ວ ບ້ານ ປາກທັງ ເມືອງໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ 165 ຄົນ; ຍິງ 122 ຄົນ

ຄະນະພັກ-ຄະນະນໍາກະຊວງຍຸຕິທໍາເຂົ້າອວຍພອນວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 33 ປີ

          ເນື່ອງໃນໂອກາດວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 33 ປີ (9 ມັງກອນ 1990-9 ມັງກອນ 2023)

ພະແນກຍຸຕິທຳແຂວງ ເຄື່ອນໄຫວໂຄສະນາສ້າງສະຕິເຄົາລົບກົດໝາຍໃຫ້ພະນັກງານ, ຄູອາຈານ ແລະ ນັກສືກສາ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອັດຕະປື

          ໃນຕອນບ່າຍ ວັນທີ 12 ມັງກອນ 2022 ນີ້. ຢູ່ທີ່ສະໂມສອນ ຂອງ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອັດຕະປື. ພະແນກຍຸຕິທຳແຂວງ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ສ້າງສະຕິເຄົາລົບກົດໝາຍ ຕິດພັນກັບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ. ໃຫ້ກຽດເປັນປະທານໂດຍ ທ່ານ ວັນນະເລດ ວິໄລພົນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີ ຄະນະຮັບຜິດຊອບຈາກພະແນກຍຸຕິທຳແຂວງ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 282 ທ່ານ, ຍິງ 128 ທ່ານ. (ໃນນັ້ນ, ມີພະນັກງານ, ຄູ-ອາຈານ 40 ທ່ານ, ຍິງ 23 ທ່ານ; ນັກສືກສາ 242 ຄົນ, ຍິງ 105 ຄົນ).

Pages