ເປີດບັ້ນຂະບວນການແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງໜ່ວຍພະແນກຍຸຕິທໍາ ແຂວງ ໄຊສົມບູນ
Submitted by xaiyphimphone on
ໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມຂະບວນການແຂ່ງຂັນ 3 ດີ ຂຶ້ນໃນຕອນເຊົ້າຂອງວັນທີ 5 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ສານປະຊາຊົນແຂວງ ໄຊສົມບູນ ໂດຍການເປັນປະທານຂອງ ສະຫາຍ ນາງ ຕຸ່ນ ວົງໄຊ ປະທານສະຫະພັນແມ່ຍິງໜ່ວຍພະແນກຍຸຕິທຳແຂວງ; ເຂົ້າຮ່ວມ ມີ ສະຫາຍ ອຸດອນ ສິງດາລາ ກຳມະການພັກແຂວງ ເລຂາໜ່ວຍພັກພະແນກຍຸຕິທຳແຂວງ, ສະຫາຍ ນາງ ບູນທະວີ ສິງວິໄລ ຮອງປະທານສະຫະພັນແມ່ຍິງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.