ໂຄສະນາເຜີຍແຜ່ນິຕິກຳ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນບ້ານ ໂພນສະອາດ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
ວັນທີ 28 ມັງກອນ 2021 ທີ່ຜ່ານມາ ພະແນກຍຸຕິທໍາແຂວງ ໄຊຍະບູລີ ນໍາໂດຍ ທ່ານ ສົມລິດ ອ່ອນຕາ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄຊຍະບູລີ ສົມທົບ ກັບຫ້ອງການຍຸຕິທໍາເມືອງ ໄຊຍະບູລີ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນພາຍໃນບ້ານ ໄຊສະຫວາດ ຫຼື ບ້ານ ວັງຮົ້ວ ມີນາຍບ້ານ, ຮອງນາຍບ້ານ ແລະ ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ 150 ຄົນ, ຍິງ 48 ຄົນ.
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ວັນທີ 24 ທັນວາ 2020 ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປະເມີນຜົນການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ປະຈໍາປີ 2020 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ເຂົ້າຮ່ວມມີ ທ່ານ ກາວີ ເກດດົມລິ ຫົວໜ້າພະແນກຍຸຕິທໍາແຂວງ, ທ່ານ ສິລິວັດທະນາ ສົມພັນ ຫົວໜ້າພະແນກພາຍໃນແຂວງ ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ ເຂົ້າຮ່ວມ ທັງໝົດ 35 ທ່ານ, ຍິງ 11 ທ່ານ.
Submitted by buakhao on
ໃນວັນທີ 14 ທັນວາ 2020 ຮາກຖານກໍາມະບານພະແນກຍຸຕິທໍາແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງຕົນຂຶ້ນ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໄຊຍະບູລີ. ໂດຍການເປັນປະທານຂອງ ສະຫາຍ ບຸນເສນ ລາວເບຼຍຢາທໍ່ ປະທານກໍາມະບານຮາກຖານພະແນກຍຸຕິທໍາແຂວງ ໄຊຍະບູລີ ໂດຍການເຂົ້າຮ່ວມຂອງ ສະຫາຍ ກາວີ ເກດດົມລິ ກໍາມະການພັກແຂວງ ເລຂາໜ່ວຍພັກພະແນກຍຸຕິທໍາແຂວງ ໄຊຍະບູລີ ແລະ ສະຫາຍ ສົມລິດ ອ່ອນຕາ ຄະນະໜ່ວຍພັກ ພະແນກຍຸຕິທໍາ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາສະຫາຍ ຮອງປະທານຮາກຖານກໍາມະບານ ພ້ອມດ້ວຍສະມາຊິກກໍາມະບານພະແນກຍຸຕິທຳແຂວງ ເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 14 ສະຫາຍ.
Submitted by buakhao on
ກອງປະຊຸມປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ຂອງໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ໄຊຍະບູລີ ໄດ້ຈັດຂຶ້ນ ວັນທີ 14 ທັນວາ 2020 ຢູ່ທີ່ພະແນກຍຸຕິທໍາແຂວງ ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ພິມມາວົງ ຄະນະເລຂາໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມລິດ ອ່ອນຕາ ຄະນະພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄຊຍະບູລີ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ນ. ແສງທອງ ແພງດີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງ ໄຊຍະບູລີ ມີຜູ້ຕາງໜ້າຈາກຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຊິກຊາວໜຸ່ມພາຍໃນພະແນກຍຸຕິທຳແຂວງເຂົ້າຮ່ວມ 35 ສະຫາຍ, ຍິງ 16 ສະຫາຍ.
Submitted by buakhao on
ໃນຕອນເຊົ້າຂອງ ວັນທີ 20 ພະຈີກ 2020 ຢູ່ທີ່ຫ້ອງປະຊຸມຂອງພະແນກສືກສາທິການ ແລະ ກິລາ ແຂວງ ໄຊຍະບູລີ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ ຊຸດທີ V ປະຈໍາປີ 2020 ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ໄຊຍະບູລີ.
ໂດຍການເປັນປະທານ ຂອງ ທ່ານ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າ ແລະ ຕາງໜ້າພະແນກ, ກົມກອງ, ອົງການທຽບເທົ່າພະແນກການອ້ອມຂ້າງແຂວງ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສໍາມະນາກອນ ພ້ອມດ້ວຍພະນັກງານຂອງພະແນກຍຸຕິທໍາແຂວງ ເຂົ້າຮ່ວມທັງໝົດ 66 ທ່ານ, ຍິງ 16 ທ່ານ.
Submitted by wickyboubphalyvanh on
ຕອນບ່າຍຂອງ ວັນທີ 19 ຕຸລາ 2020 ຢູ່ທີຫ້ອງປະຊຸມພະແນກຍຸຕິທໍາແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍການເປັນປະທານ ຂອງທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາ, ມີຄະນະພະແນກ ຫົວໜ້າຂະແໜງ, ຮອງຂະແໜງ ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
Submitted by buakhao on
ໃນຕອນເຊົ້າຂອງວັນທີ 9 ຕຸລາ 2020 ຢູ່ທີ່ໂຮງຮຽນ ມສ ນາຍາວ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ຈັດພິທີ ໂຄສະນາເຜີຍແຜ່ກົດໝາຍ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ສົມລິດ ອ່ອນຕາ ຄະນະພັກ ຮອງຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ບັນດິດ ທິແກ້ວ ອຳນວຍການໂຮງຮຽນ ມສ ນາຍາວ ແລະ ທ່ານ ນ. ຍຸພິນ ນາຍບ້ານ ນາຍາວ ມີບັນດາທ່ານຄະນະບ້ານ, ຄູ-ອາຈານ ແລະ ນັກຮຽນ ແຕ່ຊັ້ນ ມ5 - ມ7 ໄດ້ເຂົ້າທັງໝົດຈຳນວນ 193 ຄົນ,ຍິງ 109 ຄົນ.