ກອງປະຊຸມຜ່ານຮ່າງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງປີ 2022)
Submitted by xaiyphimphone on
ໃນຕອນບ່າຍຂອງວັນທີ 30 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ອຸດົມໄຊ ເປີດກອງປະຊຸມປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການແກ້ໄຂຄໍາຮອງທຸກ (ສະບັບປັບປຸງ ປີ 2022) ໂດຍການເປັນປະທານຂອງທ່ານ ສອນສຸວັນ ປັນຍາວົງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາ, ມີຮອງຫົວໜ້າພະແນກຍຸຕິທໍາ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພະແນກຍຸຕິທໍາເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 8 ທ່ານ.