ຫ້ອງການຍຸຕິທຳເມືອງ ພູວົງ ເປີດຝືກອົມຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ຮາກຖານບ້ານ ຊຸດທີ II
Submitted by xaiyphimphone on
ໃນຕອນບ່າຍ ວັນທີ 27 ມັງກອນ 2021 ທີ່ຜ່ານມາ, ຫ້ອງການຍຸຕິທຳເມືອງ ພູວົງ ແຂວງ ອັດຕະປື ໄດ້ຈັດພິທີເປີດຊຸດຝືກຮົມກົດໝາຍໄລຍະສັ້ນ 45 ວັນ ຂຶ້ນທີ່ບ້ານ ສົມບູນ. ໃຫ້ກຽດເປັນປະທານ ຂອງທ່ານ ຄຳຊຽງ ພິມມະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ພູວົງ ທັງເປັນຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ໃຫ້ກຽດເຂົ້າຮ່ວມມີທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ວັນນະສັກ ວິໄລເນືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ພູວົງ, ມີບັນດາຄະນະປະຈຳ, ຄະນະພັກ ຫົວໜ້າຂະແໜງ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າ ແລະ ຮອງກອງບັນຊາການ ປກຊ-ປກສ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກບ້ານ ສົມບູນເຂົ້າຮ່ວມຢ່າງພ້ອມພຽງ.