ເມືອງ ປາກແຊງ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ II ທີ່ບ້ານ ປາກເກງ
Submitted by buakhao on
ໃນວັນທີ 18 ພະຈິກ 2020 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການບ້ານ ປາກເກງ ເມືອງ ປາກແຊງ ແຂວງ ຫຼວງພະບາງ ໄດ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ II ຂຶ້ນ ໃຫ້ກຽດເປັນປະທານຂອງທ່ານ ທອງສິງ ໄຊຍະສຸກ ຮອງເລຂາພັກເມືອງ ຜູ້ຊີ້ນໍາຂົງເຂດພັກ-ພະນັກງານ, ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ສໍາມະນາກອນເຂົ້າຮ່ວມ.