ໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ ຫົວພັນ ສຳເລັດກອງປະຊຸມປະເມີນຜົນ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020
Submitted by buakhao on
ກອງປະຊຸມປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ຂອງໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ຫົວພັນ ໄດ້ຈັດຂຶ້ນ ວັນທີ 26 ພະຈິກ 2020 ໂດຍການເປັນປະທານຂອງ ສະຫາຍ ຄອນທອງ ຫອມຄອນໄຊ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ຫົວພັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ວຽງທອງ ແພງມະນີ ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຫາຍ ຄຳສະຫວັນ ວັນທານຸພົນ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງ ຫົວພັນ ມີຜູ້ຕາງໜ້າຈາກຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຊິກຊາວໜຸ່ມພາຍໃນພະແນກຕິທຳແຂວງເຂົ້າຮ່ວມ 23 ສະຫາຍ, ຍິງ 9 ສະຫາຍ.