ໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ວຽງຈັນຈັດຕັ້ງພິທີຮັບຮອງເປັນໜ່ວຍ 4 ບຸກ
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ໃນວັນທີ 16 ທັນວາ 2020 ຢູ່ທີ່ຫ້ອງວ່າການປົກຄອງແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງວຽງຈັນ, ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາເຈົ້າເມືອງ, ຫົວໜ້າພະແນກການ, ຄະນະຮັບຜິດຊອບ, ຄູອານຈານ ແລະ ນັກຝຶກອົບຮົມ.
Submitted by buakhao on
ເພຶ່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊູມໃຫຍ່ອົງຄະນະພັກແຂວງ ວຽງຈັນ ຄັ້ງທີ VI ໃຫ້ມີບັນຍາກາດຟົດຟຶ້ນ ແລະ ມີຄວາມໝາຍເລີກເຊີ່ງ ໃນຕອນແລງວັນທີ 16 ພະຈິກ 2020 ຜ່ານມານີ້ ຢູ່ທີ່ເດີນກິລາເປຕັງ ພະແນກຍຸຕິທຳແຂວງ ວຽງຈັນ ໄດ້ຈັດການແຂ່ງຂັນກິລາເປຕັງ ຊິງຂັນຂອງທ່ານຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ຜ່ານການແຂ່ງຂັນ ແມ່ນທີມນັກຝຶກອົບຮົມ ໜ່ວຍ 3 ສາມາດຄອງຂັນຊະນະເລີດ, ຮອງຊະນະເລີດແມ່ນທີມນັກຝຶກອົບຮົມໜ່ວຍ 4 ແລະ ອັນດັບ 3 ຮ່ວມແມ່ນທີມນັກຝຶກອົບຮ່ວມ ໜ່ວຍ 1 ແລະ ທີມຄະນະຮັບຜິດຊອບຝຶກອົບຮົມ ໃຫ້ກຽດມອບຂັນລາງວັນຊະນະເລີດໂດຍ ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ, ໃຫ້ກຽດມອບລາງວັນຮອງຊະນະເລີດແມ່ນທ່ານ ຄຳພັນ ຊະນະ
Submitted by wickyboubphalyvanh on
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2020 ນີ້ຢູ່ທີ່ຫ້ອງວ່າການແຂວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີສະຫວາດ ແສງພະຈັນ ຫົວຫນ້າພະແນກຍຸຕິທຳແຂວງ ວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເພັງ ສາຍນໍລະດີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາຄູອາຈານ ແລະ ນັກສຳມະນາກອນເຂົ້າຮ່ວມ.
Submitted by wickyboubphalyvanh on
ໃນວັນທີ 13 ກໍລະກົດ 2020 ທີ່ຜ່ານມານີ້ທາງພະແນກຍຸຕິທຳແຂວງ ວຽງຈັນ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ກັບ ທີມພະແນກການເງິນແຂວງ ວຽງຈັນທີ່ເດີ່ນເຕະບານ (ນັດພົບ)ຕັ້ງຢູ່ບ້ານ ນາທອງ ເມືອງໂພນໂຮງ ແຂວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ແລະ ທ່ານ ຄໍາເຫຼັກ ທອງສະຫວັນຫົວໜ້າພະແນກການເງິນແຂວງ ວຽງຈັນ, ມີບັນດາທ່ານຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານລັດຖະກອນທັງສອງທີມເຂົ້າຮ່ວມຢ່າງພ້ອມພຽງ.
Submitted by wickyboubphalyvanh on
ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2020 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ວຽງຈັນໄດ້ຈັດພິທີປູກຕົ້ນໄມ້ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມນຳພາໃນຄັ້ງນີ້ໂດຍ ທ່ານ ສີສະຫວາດ ແສງພະຈັນ ຮັກສາການເລຂາຫນ່ວຍພັກ ວ່າການຫົວຫນ້າພະແນກຍຸຕິທຳແຂວງ ວຽງຈັນ, ມີຮອງຫົວຫນ້າພະແນກ,ຫົວຫນ້າຂະແຫນງ, ຮອງຂະແຫນງ,ພ້ອມດ້ວຍພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ວຽງຈັນເຂົ້າຮ່ວມຢ່າງພ້ອມພຽງ.
Submitted by wickyboubphalyvanh on
ໃນວັນທີ 30 ທັນວາ 2019 ທີ່ຜ່ານມານີ້ ທາງພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ຜູ້ເກົ່າ ແລະ ສະຫາຍ ສີສະຫວາດ ແສງພະຈັນ ຜູ້ຮັກສາການຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ຜູ້ໃໝ່ ໂດຍການເຂົ້າຮ່ວມຂອງສະຫາຍ ບຸນສອນ ເພັດລາວັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ວຽງຈັນ, ສະຫາຍ ບຸນທາ ຊົງເຢີທ່າວ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງພະນັກງານກະຊວງຍຸຕິທໍາ, ໃນນັ້ນໄດ້ເຊີນເອົາບັນດາພະແນກການທີ່ກ່ຽວຂ້ອງກໍຄື: ສານປະຊົນແຂວງວຽງຈັນ, ສະພາປະຊາຊົນແຂວງ ວຽງຈັນ, ຈັດຕັ້ງແຂວງ, ໄອຍະການແຂວງ, ພ້ອມດ້ວຍພະນັກງານພາຍໃນພະ
Submitted by wickyboubphalyvanh on
ໃນວັນທີ 23 ທັນວາ 2019 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ສໍາເລັດກອງປະຊຸມກຳມະບານຮາກຖານ ຄັ້ງທີ III ຂອງພະແນກຍຸຕິທໍາແຂວງ ວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ໄຜ່ລ້ອມ ສິນນະວົງ ປະທານກໍາມະບານຮາກຖານ ພະແນກຍຸຕິທໍາແຂວງ ວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາ ແຂວງ, ສະຫາຍ ບົວລໍາແພງ ວາງປະດິດ ຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານແຂວງ ວຽງຈັນ, ມີແຂກຖືກເຊີນ, ຜູ້ແທນສົມບູນຈາກສານປະຊາຊົນແຂວງ ວຽງຈັນ,ໄອຍະການແຂວງວຽງຈັນ,ສະພາປະຊາຊົນແຂວງ ວຽງຈັນ ມີສະມາຊິກກຳມະບານເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 12 ສະຫາຍ
Submitted by wickyboubphalyvanh on
ໃນວັນທີ 10-11 ຕຸລາ 2019 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ເປີດກອງປະຊຸມສ້າງແຜນກຳນົດຕໍາແໜ່ງງານຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ແລະ ຜູ້ເຂົ້າຮ່ວມ ມີທ່ານ ສຸວັນນະພາ ສຸກວິໄລ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທໍາ ຕາງໜ້າພະແນກພາຍໃນ, ມີບັນດາຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົໜ້າຂະແໜງ, ຕາງໜ້າຈາກຫ້ອງການຍຸຕິທໍາເມືອງ 04 ເມືອງອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ມາຈາກກະຊວງຍຸຕິທໍາ ຕະຫຼອດຮອດພະນັກງານວິຊາການທີ່ຮັບຜິດຊອບພາຍໃນພະແນກຍຸຕິທໍາເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 6 ທ່ານ.