ພະແນກຍຸຕິທຳແຂວງ ລົງຊຸກຍູ້ວຽກງານວິຊາສະເພາະຢູ່ຫ້ອງການຍຸຕິທຳເມືອງ 4 ເມືອງຂອງແຂວງບໍລິຄໍາໄຊ
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ໃນວັນທີ 8 ທັນວາ 2020 ນີ້ ພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ປືກສາຫາລືກ່ຽວກັບວຽກງານວິຊາສະເພາະປະຈຳເດືອນຂອງຕົນຂຶ້ນ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ປອ ນ. ວິໄລ ພິລາວົງ ວ່າການຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ ມີຄະນະພະແນກ, ຫົວໜ້າຂະແໜງ ແຕ່ລະຂະແໜງພາຍໃນພະແນກເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ປະຈຳເດືອນ ທັນວາ 2020 ແລະ ທິດທາງແຜນການ ປະຈໍາເດືອນ ມັງກອນ 2021 ຂອງບັນດາຂະແໜງການ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່ຍາດມາໄດ້ ແລະ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.
Submitted by buakhao on
ໃນຕອນເຊົ້າວັນທີ 26 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຜ່ານຮ່າງນິຕິກຳ ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໄຕ້ ແຂວງ ບໍລິຄຳໄຊ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຍຸຕິທຳ ຜູ້ຊີ້ນຳວຽກນິຕິກຳ ພະແນກຍຸຕິທຳແຂວງ ມີທ່ານ ທອງດອມ ຈັນທະລາ ຮອງຫົວໜ້າພະແນກ ສະຖາບັນຄົ້ນຄ້ວາໂຍທາທິການ ແລະ ຂົນສົ່ງ ກະຊວງໂຍທາທິການ ແລະ ການຂົນສົ່ງ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ ແລະ ຫົວໜ້າ, ຮອງຫົວໜ້າຂະແໜງພາຍໃນພະແນກຍຸຕິທຳແຂວງ ບໍລິຄຳໄຊເຂົ້າຮ່ວມຈຳນວນ 13 ທ່ານ, ຍິງ 03 ທ່ານ.
Submitted by buakhao on
ໃນວັນທີ 24 ພະຈິກ 2020 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນປະຈໍາປີ 2020 ຂຶ້ນໂດຍການເປັນປະທານຂອງ ທ່ານ ຄຳຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຸຕິທຳແຂວງ ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ວິຊາການພາຍໃນພະແນກຍຸຕິທຳເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 12 ທ່ານ.
Submitted by buakhao on
ໃນວັນທີ 19 ພະຈິກ 2020 ທີ່ຜ່ານມາ ຢູ່ຫ້ອງການກຸ່ມພັດທະນາທົ່ງແສນ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ໄດ້ຈັດພິທີປະກາດບ້ານແບບຢ່າງປະຕິບັດກົດໝາຍຂື້ນ ໃຫ້ກຽດເປັນປະທານໂດຍ ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ ຄຳເກີດ ມີຕາງໜ້າຈາກກອງບັນຊາການປກຊ - ປກສ, ຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນ 7 ບ້ານເຂົ້າຮ່ວມ ຢ່າງພ້ອມພຽງ.
Submitted by buakhao on
ໃນວັນທີ 17 ພະຈິກ 2020 ຢູ່ຫ້ອງການຍຸຕິທໍາເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ ໄດ້ເປີດປະຊຸມປະເມີນ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂຶ້ນໂດຍການເປັນປະທານຂອງ ສະຫາຍ ສອນໄຊ ໄຊຍະທິຈັກ ເລຂາໜ່ວຍພັກ ຫົວໜ້າຫ້ອງການຍຸຕິທໍາເມືອງ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ຟິຊິກ ອີນບຸນພອນ, ສະຫາຍ ກອນສີ ຈຸມລີວົງ ຄະນະຮັບຜິດຊອບຂັ້ນເມືອງ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.
Submitted by buakhao on
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ພະຈິກ 2020 ຢູ່ທີ່ຫ້ອງວ່າການແຂວງ ບໍລິຄຳໄຊ, ໂດຍຊ້ອງໜ້າ ທ່ານ ປອ. ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ ເຈົ້າແຂວງ ບໍລິຄຳໄຊ, ມີຄະນະຫ້ອງວ່າການແຂວງ, ຄະນະພະແນກຍຸຕິທຳແຂວງ, ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງ.
Submitted by wickyboubphalyvanh on
ໃນວັນທີ 27 ຕຸລາ 2020 ທີ່ຜ່ານມາ ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມທາບທາມ ວ່າການຫົວໜ້າພະແນກຍຸຕິທໍາແຂວງ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນຄຳ ໄຊເຍຍລໍວື ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ບໍລິຄໍາໄຊ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພະແນກຍຸຕິທໍາແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມທັງໜົດ 39 ທ່ານ, ຍິງ 14ທ່ານ.
Submitted by buakhao on
ໃນວັນທີ 28 ກັນຍາ 2020 ຢູ່ທີ່ຫ້ອງວ່າການເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ພະແນກຍຸຕິທໍາແຂວງ ສົມທົບກັບ ຫ້ອງການຍຸຕິທຳເມືອງ ບໍລິຄັນ ໄດ້ມີຄຳເຫັນ ແລະ ເຜີຍແຜ່ດຳລັດ ເລກທີ 77/ ລບ.
Submitted by buakhao on
ໃນຕອນເຊົ້າວັນທີ 4 ກັນຍາ 2020 ພະນັກງານ - ລັດຖະກອນ ພາຍໃນພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ໄດ້ສ້າງຂະບວນການອອກແຮງງານລວມ ຕາມຂອບເຂດຄວາມຮັບຜິດຊອບພາຍໃນສຳນັກງານຂອງຕົນ ນໍາພາໂດຍ ທ່ານ ສົມໃຈ ຄຸນພະໄຊ ຫົວໜ້າພະແນກຍຸຕິທໍາແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະພັກ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ 35 ຄົນ, ຍິງ 11 ຄົນ. ການອອກແຮງານລວມໃນຄັ້ງນີ້ ທ່ານ ສົມໃຈ ຄຸນພະໄຊ ຫົວໜ້າພະແນກຍຸຕິທໍາແຂວງ ໄດ້ໃຫ້ຮູ້ວ່າ ເພື່ອປະຕິບັດຕາມ ແຈ້ງການ ຂອງຫ້ອງວ່າການປົກຄອງແຂວງ ບໍລິຄໍໄຊ ສະບັບເລກທີ 897 / ຫວຂ.ບຊ, ລົງວັນທີ 3 ກັນຍາ 2020.