ສະຖາບັນຍຸຕິທຳແຫ່ງຊາດສາຂາແຂວງ ຫຼວງພະບາງ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນຫຼວງ.
Submitted by xaiyphimphone on
ໃນວັນທີ 10 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຍຸຕິທໍາແຫ່ງຊາດສາຂາແຂວງ ຫຼວງພະບາງ ໄດ້ມີພິທີເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງພະບາງ ຊຸດທີ II ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ມະນີວັນ ທ່ຽງວັນນາທີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງພະບາງ ພ້ອມດ້ວຍຄະນະ, ມີ ທ່ານ ແສງອາລຸນ ພັນນະລັດ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາແຂວງ ຫຼວງພະບາງ ມີຄະນະສະຖາບັນ, ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.