ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ກົມສົ່ງເສີມລະບົບຍຸຕິທຳ ເປີດຊຸດຝຶກກອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃຫ້ຄູຝຶກທີ່ມາຈາກ 3 ແຂວງພາກເໜຶອ

          ໃນວັນທີ 31 ສິງຫາ 2021 ຜ່ານມາ ກົມສົ່ງເສີມລະບົບຍຸຕິທຳເປີດຊຸດຝຶກອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຂຶ້ນ ຢູ່ທີ່ພະແນກຍຸຕິທຳແຂວງ ຊຽງຂວາງ ໂດຍການເປັນປະທານຮ່ວມຂອງທ່ານ ສີສຸພັນ ທອງສາຍທາລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ແລະ ທ່ານ ມົນຕີ ສີອຸດົມ ຫົວໜ້າພະແນກຍຸຕິທຳແຂວງ, ມີຜູ້ຕາງໜ້າອົງການມິດຕະພາບເມັນໂນນາຍ Mennonite Central Committee, ຄູຝຶກ ທີ່ມາຈາກແຂວງ ຫົວພັນ, ແຂວງ ວຽງຈັນ ແລະ ແຂວງ ຊຽງຂວາງ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 5 ທ່ານ.

ເຜີຍແຜ່ດໍາລັດວ່າດ້ວຍການເອົາເດັກໄປເປັນລູກລ້ຽງ

          ໃນຕອນເຊົ້າວັນທີ 19 ສິງຫາ 2021 ນີ້, ຢູ່ທີ່ຫ້ອງປະຊຸມພະແນກ ກະສິກໍາ ແລະປ່າໄມ້ ແຂວງ ຫຼວງພະບາງ ໄດ້ຈັດໃຫ້ມີກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍການເອົາເດັກໄປເປັນລູກລ້ຽງ. ໃຫ້ກຽດເຜີຍແຜ່ໂດຍທ່ານ ແສງເພັດ ລ່ຽມພະຈັນ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ, ມີບັນດາຄະນະກົມ, ຫົວໜ້າຂະແໜງ, ຫົວໜ້າຫ້ອງການຍຸຕິທໍາ 11 ເມືອງ, 1 ນະຄອນ, ຫົວໜ້າຫ້ອງການສາທາລະນະສຸກ 6 ເມືອງ, 1 ນະຄອນ, ຫົວໜ້າຫ້ອງການສະຫວັດດີການສັງຄົມ 6 ເມືອງ, 1 ນະຄອນ ປະກອບມີ ນະຄອນຫຼວງພະບາງ, ເມືອງ ຊຽງເງິນ, ເມືອງ ຈອມເພັດ, ເມືອງ ປາກອູ, ເມືອງ ນານ ແລະ ເມືອງ ນໍ້າບາກ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃຫຍ່ ທະນາຍຄວາມ ທົ່ວປະເທດ ຄັ້ງທີ VIII

ໃນວັນທີ 18 ທັນວາ 2020 ຢູ່ທີ່ສູນ ICTC, ນະຄອນຫຼວງວຽງຈັນ ສະພາທະນາຄວາມ ໄດ້ເປີດກອງປະຊຸມໃຫຍ່ທະນາຍຄວາມ ທົ່ວປະເທດ ຄັ້ງທີ VIII ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ; ເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ. ມີບັນດາຄະນະບໍລິຫານງານສະພາທະນາຍຄວາມ, ສະມາຊິກທະນາຍຄວາມທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ຈຳນວນ 239 ທ່ານ, ຍິງ 59 ທ່ານ.

ສະພາທະນາຍຄວາມ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຂອງຕົນ

ໃນວັນທີ 20 ພະຈິກ 2020 ສະພາທະນາຍຄວາມລາວ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັ້ງ ຂຶ້ນຢູ່ທີ່ສະໜາມກິລາໃນຮົ່ມກົມໃຫຍ່ພາລາທິການກອງທັບ. ໂດຍມີ ທ່ານ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ, ກະຊວງຍຸຕິທຳ; ທ່ານ ສຸລິຍາ ສີດາວົງ ກຳມະການຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ; ທ່ານ ຄຳໃສ ສຸລິນທອງ ເລຂາໜ່ວຍພັກ, ປະທານສະພາທະນາຍຄວາມລາວ, ທ່ານ ວໍລັດສະໝີ ສຸລິປະພັນ ຮອງເລຂາໜ່ວຍພັກສະພາທະນາຍຄວາມລາວ ເຂົ້າຮ່ວມ.

ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ ໂດຍຜ່ານຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

ກອງປະຊຸມໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2020 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ, ເຂົ້າຮ່ວມມີ ຫົວໜ້າກົມ-ຮອງຫົວໜ້າ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການກົດໝາຍ ຕາງໜ້າຈາກບັນດາກົມພາຍໃນກະຊວງຍຸຕິທຳ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມທັງໝົດຈຳນວນ 31 ທ່ານ, ຍິງ 17 ທ່ານ.

ຮັບສະມາຊິກສະພາທະນາຍຄວາມໃໝ່ ຊຸດທີ 16 ປະຈຳປີ 2020

ໃນຕອນເຊົ້າຂອງວັນທີ 4 ພະຈິກ 2020 ຜ່ານມາ ທີ່ສະໂມສອນກະຊວງຍຸຕິທຳ ໄດ້ມີການຈັດພິທີຮັບສະມາຊິກສະພາທະນາຍຄວາມ ຊຸດທີ 16 ປະຈຳປີ 2020 ໂດຍການເປັນປະທານຮ່ວມຂອງທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ ແລະ ທ່ານ ວໍລັດສະໝີ ສິລິປະພັນ ຮອງປະທານສະພາທະນາຍຄວາມລາວ, ມີບັນດາທ່ານສະມາຊິກທະນາຄວາມ ແລະ ແຂກຖືກເຊີນເຂົ້າຮວ່ມທັງໝົດຈຳນວນ 70 ທ່ານ, ຍິງ 15 ທ່ານ.

ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳລົງຕິດຕາມ, ຊຸກຍູ້ ວຽກງານໂຄງການທົດລອງປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຢູ່ແຂວງ ສະຫວັນນະເຂດ.

ໃນລະຫວ່າງວັນ 09-12 ກໍລະກົດ 2019 ຜ່ານມານີ້ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຮ່ວມກັບອົງການຢູນິເຊັບ (UNICEF) ໄດ້ລົງຕິດຕາມ, ຊຸກຍູ້ ວຽກງານໂຄງການທົດລອງການປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຢູ່ແຂວງ ສະຫວັນນະເຂດ ຫົວໜ້າຄະນະລົງຕິດຕາມໃນຄັ້ງນີ້ແມ່ນ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ນາງ ຈອນສີ ຄຳດອກທອງ ຫົວໜ້າພະແນກທະບຽນຄອບຄົວ ແລະ ຍຸຕິທຳເດັກ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ນະຄອນ.

ກົມສົ່ງເສີມລະບົບຍຸຕິທຳເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ທີ່ແຂວງອຸດົມໄຊ

ກົມສົ່ງເສີມລະບົບຍຸຕິທຳ, ກະຊວງຍຸຕິທຳ ໂດຍການສະໜັບສະໜູນຂອງອົງການມູນນິທິເອເຊຍປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມຄູຝຶກວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍຂຶ້ນ ໃນວັນທີ 17 ທັນວາ 2018 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ແລະ ທ່ານ ນາງ ວາດສະໜາ ສິນທະວົງ ພ້ອມດ້ວຍນັກຝຶກອົບຮົມທັງໝົດ 33 ທ່ານ, ຍິງ 6 ທ່ານ ຊຶ່ງມາຈາກ ພະແນກຍຸຕິທຳແຂວງ ແລະ ບັນດາຫ້ອງການຍຸຕິທຳເມືອງ.

ໂຄງການທົດລອງການປ້ອງກັນ ແລະ ການແກ້ໄຂການກະທຳຜິດຂອງເດັກຢູ່ນະຄອນຫຼວງໄກສອນພົມວິຫານ ໄດ້ຮັບການຝຶກອົບຮົມ

    ໃນວັນທີ 4 ທັນວາ 2018 ກົມສົ່ງເສີມລະບົບຍຸຕິທໍາ, ກະຊວງຍຸຕິທຳ ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດສຳລັບເດັກ (ຢູນິເຊັບ) ໄດ້ເປີດຊຸດຝຶກອົບຮົມວຽກງານໂຄງການທົດລອງການປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງສະຫວັນນະເຂດ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ແລະ ທ່ານ ນາງ ຈອນສີ ຄຳດອກທອງ ຫົວໜ້າພະແນກທະບຽນຄອບຄົວ ແລະ ຍຸຕິທຳເດັກ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍນັກຝຶກອົບຮົມທັງໝົດ 30 ທ່ານ, ຍິງ 5 ທ່ານ ຊຶ່ງມາຈາກ ພະແນກຍຸຕິທຳແຂວງ, ຫ້ອ

ໜ່ວຍຊາວໜຸ່ມ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ລະດົມທຶນ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ແລະ ຊ່ວຍເຫຼືອສັງຄົມ

    ໂດຍ​ອີງ​ຕາມ​ແຈ້ງ​ການ ສະບັບ​​ເລກ 74/ກຍ.ຄຊປປລ, ລົງ​ວັນ​ທີ 08 ທັນວາ 2017 ວ່າ​ດ້ວຍ​ການ​ປຸກລະດົມ​ວັດຖຸ​ປັດ​ໄຈ​ເພື່ອ​ຊ່ວຍ​ເຫຼືອຜູ້​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່ ສສ ຫວຽດນາມ ​ແລະ ຕ້ານ​ໄພ​ໜາວຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ຢູ່ ສປປ ລາວ ​ແລະ ອີງ​ຕາມ​ແຈ້ງ​ການ​​ກ່ຽວກັບ ການ​ຮ່ວມ​ປະກອບສ່ວນ​ບໍລິຈາກ​ເຄື່ອງນຸ່ງຫົ່ມ ​ແລະ ອຸປະກອນ​ຮັບ​ໃຊ້ ​ເພື່ອ​ຊ່ວຍ​ເຫຼືອສັງຄົມ.

Pages