ພະແນກຍຸຕິທຳແຂວງ ໄຊສົມບູນ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍກ່ຽວກັບ ວຽກງານ ແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ຢູ່ທີ່ສະໂມສອນກອງພັນໃຫຍ່ 101

ໃນວັນທີ 27 ພຶດສະພາ 2019 ຢູ່ທີ່ ສະໂມສອນກອງພັນໃຫຍ່ 101, ພະແນກຍຸຕິທຳແຂວງ ໄຊສົມບູນ ໄດ້ລົງເຄື່ອນໄຫວໂຄສະນາ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນສຸກ ຈອມວິສານ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ມີຜູ້ເຂົ້າຮ່ວມທັງໝົດ 103 ທ່ານ, ຍິງ 3 ທ່ານ.

ໃນພິທີ ທ່ານ ອຸດອນ ສິງດາລາ ຫົວໜ້າພະແນກຍຸຕິທຳແຂວງ ໄຊສົມບູນ ກໍໄດ້ເຜີຍແຜ່ກ່ຽວກັບວຽກງານຄະນະແກ້ໄຂຂໍ້ຂັດແຍ່ງ ຂັ້ນບ້ານ ຊຶ່ງທ່ານໄດ້ອະທິບາຍກ່ຽວກັບສິດ ແລະ ພາລະບົດບາດ ແຕ່ລະດ້ານ ໃຫ້ບັນດາພະນັກງານຮາກຖານການເມືອງ ໄດ້ຮັບຮູ້ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ ໃນການປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງ ຂັ້ນບ້ານ ທີ່ຕົນຮັບຜິດຊອບ ໃຫ້ຄະນະແກ້ໄຂແຕ່ລະບ້ານ ໄດ້ເຊື່ອມຊຶມເຖິງສິດ, ພາລະບົດບາດ ແລະ ຂັ້ນຕອນ ໂດຍການແກ້ໄຂຢ່າງປະນິປະນອມ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມລະບຽບກົດໝາຍ ເພື່ອໃຫ້ຂໍ້ຂັດແຍ່ງທີ່ເກີດຂຶ້ນ ຢູ່ຂັ້ນບ້ານ ໄດ້ຮັບການແກ້ໄຂ ໂດຍຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ເພື່ອຫຼຸດຜ່ອນການແກ້ໄຂຢູ່ຂັ້ນສານ ໃຫ້ນັບມື້ນັບໜ້ອຍລົງເທື່ອລະກ້າວ. 
ນອກຈາກນັ້ນ, ໃນຕອນທ້າຍທ່ານກໍໄດ້ມອບປຶ້ມກົດໝາຍ 4 ຂົງເຂດ ໃຫ້ແກ່ພະແນກການອ້ອມຂ້າງ ແລະ ພະນັກງານຮາກຖານບ້ານ ຈໍານວນ 19 ຊຸດ ລວມທັງໝົດມີ 76 ຫົວ ເພື່ອເປັນຄູ່ມືໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນ.

ຂ່າວ: ທ້າວ ທອງເຫຼົາ ອິນທະວົງ