ປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາຂົງເຂດຍຸຕິທຳ ໂອ້ລົມຕໍ່ພະນັກງານ- ລັດຖະກອນ ພາຍໃນພະແນກຍຸຕິທໍາ ແຂວງຫຼວງນໍ້າທາ

Primary tabs

          ໃນຕອນເຊົ້າຂອງວັນທີ 13 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມ ຂອງພະແນກຍຸຕິທຳແຂວງ ສະມາຊີກພັກ,ພະນັກງານ-ລັດຖະກອນ ພາຍໃນພະແນກຍຸຕິທຳ ໄດ້ຮັບຟັງການໂອ້ລົມຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາຂົງເຂດຍຸຕິທໍາ ເຂົ້າຮ່ວມມີ ທ່ານ ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
          ທ່ານ ນາງ ມາລີພອນ ນາບຸນແພງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ຂຶ້ນຜ່ານບົດລາຍງານ ການເຄື່ອນໄຫວວຽກງານຍຸຕິທຳໂດຍຫຍໍ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຜົນງານທີ່ສາມາດຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ, ພ້ອມທັງທິດທາງແຜນການ ແລະ ຂໍ້ສະເໜີ ທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດໃນຊຸມປີຕໍ່ໜ້າ.
          ຕອນທ້າຍ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາຂົງເຂດຍຸຕິທຳ ໄດ້ມີຄຳເຫັນ ໂອ້ລົມຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນພະແນກຍຸຕິທຳ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ແລະ ຜົນງານອັນໃຫຍ່ຫຼວງ ທີ່ພະແນກຍຸຕິທຳຍາດມາໄດ້ ໃນໄລຍະໜຶ່ງປີຜ່ານມາ ພ້ອມດຽວກັນນັ້ນ ຍັງໄດ້ເນັ້ນໜັກໃຫ້ຄະນະພະແນກ ຈົ່ງເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນພະແນກຍຸຕິທຳ ພ້ອມກັນຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ທີ່ຕົນຮັບຜິດຊອບ ໃຫ້ປະສົບຜົນສຳເລັດ, ເຮັດໃຫ້ມີປະສິດທິຜົນຢ່າງແທ້ຈິ່ງ, ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ມີຄວາມໜັກແໜ້ນ ແລະ ຍາດແຍງໃຫ້ໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າ.
ຂຽນຂ່າວ ແລະ ຖ່າຍພາບ: ຂະແໜງກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ.