ກົມສົ່ງເສີມລະບົບຍຸຕິທໍາ ຈັດຝຶກອົບຮົມກ່ຽວກັບ ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃຫ້ຄູຝຶກ 3 ແຂວງ.

ໃນວັນທີ 15 - 18 ຕຸລາ 2018 ນີ້ ກົມສົ່ງເສີມລະບົບຍຸຕິທໍາກະຊວງຍຸຕິທໍາ ຮ່ວມກັບອົງການມິດຕະພາບເມັນໂນນາຍປະຈໍາ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃຫ້ ຄູຝຶກຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງຄື: ແຂວງ ຫົວພັນ, ແຂວງ ຊຽງຂວາງ ແລະ ແຂວງ ວຽງຈັນ ຂື້ນຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ຫົວພັນ ໂດຍການເປັນປະທານຂອງທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ, ເປັນກຽດເຂົ້້າຮ່ວມຂອງ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທໍາ ແຂວງ ຫົວພັນ ພ້ອມດ້ວຍຄູຝຶກທັງ 3 ແຂວງ ເຂົ້າຮ່ວມ.

ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນແນໃສ່ສ້າງຄວາມເຂັ້ມແຂງ, ຄວາມຊຳນິຊຳນານ ກ່ຽວກັບວຽກງານການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃຫ້ແກ່ບັນດາຄູຝຶກ ທີ່ຈະສືບຕໍ່ຈັດຝຶກອົບຮົມໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຢູ່ບັນດາເມືອງ ແລະ ບ້ານຂອງແຂວງເປົ້າໝາຍ ໂດຍສະເພາະແມ່ນໄດ້ເນັ້ນໜັກໃຫ້ຄູຝຶກແຕ່ລະທ່ານຕ້ອງກຳໄດ້ທັກສະ, ເຕັກນິກ, ວິທີການ ແລະ ກຽມຄວາມພ້ອມໃນການເປັນຄູຝຶກຕໍ່ໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຢູ່ບັນດາເມືອງ ແລະ ບ້ານໃນແຂວງຂອງຕົນໃຫ້ໄດ້ຮັບຜົນດີ.

ຂ່າວ-ພາບ: ພະແນກຍຸຕິທຳແຂວງຫົວພັນ