ຫ້ອງການຍຸຕິທຳເມືອງຊຳເໜືອປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ໃນວັນທີ 24 ມັງກອນ 2020 ທີ່ຜ່ານມາ. ຫ້ອງການຍຸຕິທຳເມືອງ ຊຳເໜືອໄດ້ຈັດພິທີປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 2, ປະຈຳປີ 2019 ຂຶ້ນ ຢູ່ທີ່ສະໂມສອນກອງບັນຊາການຕຳຫຼວດເມືອງຊຳເໜືອ ໂດຍການເປັນປະທານຂອງ ທ່ານ ທອນສຸກ ເພັດວິຍານ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຊຳເໜືອ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ. ມີບັນດາທ່ານຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູອາຈານ, ບັນດາທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ນັກຝຶກອົບຮົມກົດໝາຍເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ບຸນທັນ ແສນບຸນຊູ ຫົວໜ້າຫ້ອງການຍຸຕິທຳເມືອງຊຳເໜືອ ກໍໄດ້ຜ່ານສະຫຼຸບລາຍງານສະພາບການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນຊຸດທີ 2 ປະຈຳປີ 2019 ຂອງເມືອງ ຊຳເໜືອ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນຂໍ້ຄົງຄ້າງຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ຊຸດຝຶກອົບຮົມປະກອບມີຄູອາຈານສອນ 21 ທ່ານ, ມີນັກຝຶກອົບຮົມເຂົ້້າຮ່ວມທັງໝົດ 32 ທ່ານ, ຍິງ 10 ທ່ານ, ສຳລັບຫຼັກສູດການຮຽນ-ການສອນມີ 32 ວິຊາ, 22 ໜ່ວຍກິດ, 360 ຊົ່ວໂມງ. ຕະຫຼອດໄລຍະເວລາໃນການຮຽນນັກຝຶກອົບຮົມໄດ້ຕັ້ງໜ້າໃນການສຶກສາຄົ້ນຄວ້າຮ່ຳຮຽນ, ຖາມ-ຕອບ ແລະ ຍົກເອົາບັນຫາທີ່ເກີດຂຶ້ນຢູ່ໃນສັງຄົມຕົວຈິງມາແລກປ່ຽນ-ສົນ ທະນານຳກັນ ດ້ວຍບັນຍາກາດຟົດຟື້ນ. ຜ່ານການຄົ້ນຄວ້າຮໍ່າຮຽນໄດ້ເຮັດໃຫ້ນັກຝຶກອົບຮົມຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນດາເນື້ອໃນກົດໝາຍເປັນຢ່າງດີ ແລະ ສາມາດຄັດເລືອກໄດ້ຜູ້ທີ່ຮຽນດີຮຽນເກັ່ງປະເພດດີເດັ່ນ ມີ: 26 ທ່ານ, ຍິງ 9 ທ່ານ ປະເພດດີ 6 ທ່ານ, ຍິງ 1 ທ່ານ.

ໃນພິທີທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ກໍໃຫ້ກຽດມອບໃບຍັ້ງຢືນໃຫ້ແກ່ນັກຝຶກອົບຮົມ ຈຳນວນ 32 ທ່ານ, ຍິງ 10 ທ່ານ ທີ່ໄດ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ. ພ້ອມທັງໃຫ້ກຽດໂອລົມຕື່ມອີກ: ຊຶ່ງກ່ອນອື່ນທ່ານໄດ້ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູອາຈານທີ່ໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາ ຄົ້ນຄວ້າ, ສິດສອນ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ສຳລັບນັກຝຶກອົບຮົມກໍໄດ້ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮ່ຳຮຽນຕະຫຼອດໄລຍະ 45 ວັນຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ. ພາຍຫຼັງທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ ກໍກັບຄືນສູ່ຫ້ອງການ, ກົມກອງ ແລະ ບ້ານຂອງຕົນ ແລະ ນຳເອົາບົດຮຽນ, ຄວາມຮູ້ຄວາມສາມາດດ້ານກົດໝາຍທີ່ໄດ້ຮຳ່ຮຽນໄປຈັດຕັ້ງປະຕິບັດ ພ້ອມທັງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນຫ້ອງການ, ກົມກອງ, ບ້ານຂອງຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນດີຂຶ້ນເລື້ອຍໆ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ເພັດຍາວົງ