ຫ້ອງການຍຸຕີທຳເມືອງຍອດອູ ແຂວງຜົ້ງສາລີ ລົງເຄື່ອນໄຫວຈັດຕັ້ງປະຕີບັດວຽກງານໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ກຸ່ມບ້ານຍອດອູ

Primary tabs

          ວັນທີ 12 ມັງກອນ 2023 ຫ້ອງການຍຸຕິທໍາເມືອງຍອດອູ ແຂວງຜົ້ງສາລີ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕີບັດວຽກງານ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ກຸ່ມບ້ານຍອດອູໄດ້ 2 ບ້ານຄື: ບ້ານສົມເຮື່ອງ ແລະ ບ້ານສວຍງາມ ນໍາໂດຍທ່ານ ຈອມແປງ ພົມສົມບັດ ຫົວໜ້າຫ້ອງການຍຸຕີທຳ ພ້ອມດ້ວຍຄະນະທີມງານຈໍານວນ 3 ທ່ານ. ໃນສອງບ້ານລວມມີພົນລະເມືອງທັງໝົດ 824 ຄົນ, ຍີງ 564 ຄົນ, ມີ 167 ຫຼັງຄາເຮືອນ ແລະ ມີ 229 ຄອບຄົວ, ການລົງໂຄສະນາໃນຄັ້ງນີ້ມີຄະນະພັກບ້ານ, ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຮັບຟັງທັງ ໝົດ 160 ຄົນ, ຍິງ 45 ຄົນ.
อาจเป็นรูปภาพของ 8 คน, ผู้คนกำลังนั่ง และ ผู้คนกำลังยืน
          ຈຸດປະສົງແມ່ນລົງຊຸກຍູ້ໃຫ້ຄະນະພັກຮາກຖານ, ສ້າງຄວາມເຂັ້ມແຂງໃຫ້ປະຊາຊົນຢູ່ພາຍໃນບ້ານ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ລະບຽບການຂອງລັດທີ່ວາງອອກແຕ່ລະໄລຍະສ້າງສະຕິເຄົາລົບກົດໝາຍໃຫ້ແກ່ປະຊາຊົນໃຫ້ນັບມື້ນັບຫຼາຍຂຶ້ນ. ການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ໄດ້ນໍາສະເໜີມີ ລັດຖະທໍາມະນູນແຫ່ງ ສປປ ລາວ, ປະມວນກົດໝາຍອາຍາ, ປະມວນກົດໝາຍແພ່ງ, ກົດໝາຍວ່າດ້ວຍທະບຽນຄອບຄົວ, ກົດໝາຍວ່າດ້ວຍທະບຽນສານ, ເຜີຍແຜ່ດໍາລັດຂອງລັດຖະບານ ແຫ່ງ ສປປ ລາວ ກ່ຽວກັບວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ສະບັບເລກທີ 77/ລບ, ລົງວັນທີ 28 ກຸມພາ 2018 ແລະ ເຜີຍແຜ່ນິຕິກໍາຜ່ານການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ສະບັບເລກທີ 626/ລບ, ລົງວັນທີ 22 ຕຸລາ 2021 ໃນໂອກາດດຽວກັນນີ້ທ່ານ ຈອມແປງ ພົມສົມບັດ ຫົວໜ້າຫ້ອງການຍຸຕິທໍາເມືອງ ໄດ້ກ່າວມີຄໍາເຫັນ ແລະ ມອບໂພສເຕີ, ປື້ມຄູ່ມືໃຫ້ 2 ບ້ານຕື່ມອີກ.
ພາບ-ຂ່າວໂດຍ: ທ່ານ ວັນສຸກ ແສງສຸ່ລີຍະຈັນ ຫ້ອງການຍຸຕິທໍາເມືອງ.