ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມທາບທາມການຂຶ້ນແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງແຕ່ນີ້ຮອດປີ 2020

    ໃນລະຫວ່າງວັນທີ 7-8 ທັນວາ 2017 ທີ່ຜ່ານມາ ພະແນກຍຸຕິທໍາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມທາບທາມການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແຕ່ນີ້ຮອດປີ 2020 ຂອງພະແນກຍຸຕິທໍາແຂວງຂຶ້ນ ທີ່ຫ້ອງປະຊຸມຂອງຄະນະເລຂາທິການສະພາປະຊາຊົນແຂວງຜົ້ງສາລີ. ໂດຍການເປັນປະທານຂອງທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ຄໍາເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ, ມີບັນດາຄະນະພະແນກ,ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 15 ທ່ານ.

    ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ຮັບຟັງ ການຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກສະບັບເລກທີ 08/ກມສພ, ລົງວັນທີ 21 ສິງຫາ 2007 ວ່າດ້ວຍການຂຶ້ນແຜນກໍານົດພະນັກງານ-ນໍາພາຄຸ້ມຄອງໃນທົ່ວປະເທດ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 198/ຄຈສພ, ລົງວັນທີ 13 ຕຸລາ 2007 ວ່າດ້ວຍການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃນທົ່ວປະເທດ ແລະ ມະຕິຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ສະບັບເລກທີ 175/ຄບພ.ກຍ, ລົງວັນທີ 20 ກັນຍາ2017 ວ່າດ້ວຍການກໍານົດມາດຕະຖານຂອງພະນັກງານຂະແໜງຍຸຕິທໍາ ເປັນຕົ້ນການກຳນົດມາດຕະຖານ ຂອງພະນັກງານນໍາພາ-ຄຸ້ມຄອງຂັ້ນເລຂາໜ່ວຍພັກ,ຮອງເລຂາໜ່ວຍພັກ; ຫົວໜ້າສະຖາບັນຍຸຕິທໍາພາກ; ຫົວໜ້າພະແນກຍຸຕິທໍາແຂວງ, ນະຄອນຫຼວງ; ຮອງຫົວໜ້າສະຖາບັນຍຸຕິທໍາພາກ; ຮອງຫົວໜ້າພະແນກຍຸຕິທໍາແຂວງ, ນະຄອນຫຼວງ ແລະ ມາດຕະຖານຂັ້ນຕ່າງໆຕາມທີ່ກຳນົດໄວ້ໃນມະຕິຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ. ຫຼັງຈາກນັ້ນ ພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳແຂວງ ກໍ່ໄດ້ລົງມະຕິກຳນົດເອົາພະນັກງານນຳພາ-ຄຸ້ມຄອງ ແຕ່ນີ້ຮອດປີ 2020 ຕາມລະບຽບການທີ່ໄດ້ກໍານົດໄວ້.

ຂ່າວໂດຍ: ຄໍາສຸກ ພົມວັນລາວລີ