Submitted by buakhao on

ໃນວັນທີ 20 ພະຈິກ 2020 ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ສ້າງຂະບວນການອອກແຮງງານລວມ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນຂຶ້ນ ຊຶ່ງນໍາພາໂດຍ ທ່ານ ວິພົງ ບົວອາໄພ ຮອງຫົວໜ້າພະແນກຍຸຕິທໍາ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ 26 ຄົນ , ຍິງ 13 ຄົນ.
ການອອກແຮງານລວມໃນຄັ້ງນີ້ ທ່ານ ວິພົງ ບົວອາໄພ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄດ້ໃຫ້ຮູ້ວ່າເພື່ອປະຕິບັດຕາມ ແຈ້ງການຂອງຫ້ອງວ່າການປົກຄອງແຂວງ ບໍ່ແກ້ວ ສະບັບເລກທີ 1095/ຫວຂ.ບກ, ລົງວັນທີ 19 ພະຈິກ 2020. ກ່ຽວກັບການອອກແຮງງານ ອະນາໄມລວມເພື່ອຂໍ່ານັບຮັບຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແມ່ນໄດ້ພ້ອມກັນບົວລະບັດໜານດອກໄມ້, ຕົ້ນໄມ້ປະດັບ, ອະນາໄມຫຍ້າທີ່ຮົກເຮື້ອ ຢູ່ສ່ວນສາທາລະນະຮ່ວມໃຈພັດທະນາໃຫ້ມີຄວາມສະອາດງາມຕາ ເພື່ອເຮັດໃຫ້ຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ເປັນຂະບວນການຟົດຟື້ນມີຄວາມໝາຍ, ຄວາມສໍາຄັນ.
ຂຽນຂ່າ: ພຸດທະຈັກ ວິໄລພອນ.
ຖ່າຍພາບ: ວ່າ ຈ່າງ